ຂ່າວສານ

ຈີນຊຸກຍູ້ການຮ່ວມມືກັບຫຼາຍປະເທດ

ວັນທີ 6 ກຸມພາ, ຢູ່ນະຄອນຫຼວງ ປັກກິ່ງ ຂອງຈີນ, ທ່ານປະທານປະເທດຈີນ ສີຈິ້ນຜິງ ມີການເຈລະຈາກັບທ່ານນາງປະທານາທິບໍດີ ສິງກະໂປ Halimah Yacob,ໃນນັ້ນ 2 ຝ່າຍ ໄດ້ເຕື້ອງເຖິງການເພີ່ມທະວີການພົວພັນຄູ່ຮ່ວມມືພາຍຫຼັງຄວບຄຸມໄດ້ໂລກລະບາດໂຄວິດ - 19.

ທ່ານປະທານປະເທດຈີນ ສີຈິ້ນຜິງ ແລະ ທ່ານນາງປະທານາທິບໍດີ ສິງກະໂປ Halimah Yacob (ພາບ: mfa.gov.cn)

ທ່ານປະທານປະເທດຈີນ ເນັ້ນໜັກວ່າ ສອງຝ່າຍຄວນຮ່ວມມືກັນຢ່າງເລິກເຊິ່ງກ້ວາງຂວາງໃນການພັດທະນາຂຽວ ແລະ ຍູ້ແຮງການຮ່ວມມືໃນບັນດາຂົງເຂດຄື: ເສດຖະກິດເຕັກນິກດີຈີຕອນ, ນະຄອນອັດສະລິຍະ ແລະ ປ່ຽນແປງໃໝ່ວິທະຍາສາດເຕັກໂນໂລຢີ.

ແລະກໍ່ໃນວັນດຽວກັນ, ເມື່ອພົບປະກັບທ່ານນາຍົກລັດຖະມົນຕີ ປາກິດສະຖານ Imran Khan, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ເນັ້ນໜັກວ່າ ຈີນ ເດັດດ່ຽວສະໜັບສະໜູນປາກິດສະຖານ ໃນການປົກປັກຮັກສາເອກະລາດແຫ່ງຊາດ, ອະທິປະໄຕ ກໍ່ຄືໃນການຕໍ່ສູ້ຕ້ານການກໍ່ການຮ້າຍ. ຈີນພ້ອມແລ້ວທີ່ຈະສົມທົບກັບປາກິດສະຖານ ໃນການຊຸກຍູ້ບັນດາຍຸດທະສາດພັດທະນາ.

ທ່ານ ສີຈິ້ນຜິງ ກໍ່ໄດ້ພົບປະກັບທ່ານປະທານາທິບໍດີ ອັກຊັງຕິນ Alberto Fernandez. ທີ່ການພົບປະ, ການນຳສອງຝ່າຍໄດ້ຖະແຫຼງເລີ່ມຕົ້ນປີຮ່ວມມືມິດຕະພາບ ເພື່ອແນໃສ່ສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງສອງປະເທດ ຄົບຮອບ 50 ປີ.

 (ແຫຼ່ງຄັດຈາກ VOV)


top