ຂ່າວສານ

ຈີນ ​ມີ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່

ທ່ານນາຍົກລັດຖະມົນຕີຄົນໃໝ່ ຫຼີຊຽງ ໄດ້ຮັບຄວາມຄາດຫວັງວ່າ ຈະນຳພາລັດຖະບານຈີນ ໃນອາຍຸການໃໝ່, ນຳພື້ນຖານເສດຖະກິດໃຫ່ຍອັນດັບທີ 2 ຂອງໂລກ ຟື້ນຟູເສດຖະກິດຢ່າງໝັ້ນໂຄງໂດຍໄວ.
  (ພາບ: Xinhua)  

ຕອນເຊົ້າວັນທີ 11 ມີນາ, ທີ່ກອງປະຊຸມຄັ້ງປະຖົມມະເລິກ ສະພາແຫ່ງຊາດຈີນ ສຸດທີ 14 ຢູ່ ປັກກິງ, ທ່ານ ຫຼີຊຽງ ກຳມະການຜູ້ປະຈຳ ກົມການເມືອງ ຄະນະບໍລິຫານງານສູນກາງພັກກອມມູນິດຈີນ ໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີຈີນ ແທນໃຫ້າທ່ານ ຫຼີເຄີຊຽງ.

ດ້ວຍບົດຮຽນປະສົບການນຳພາ ແລະ ບໍລິຫານຢູ່ບັນດາທ້ອງຖິ່ນໃຫ່ຍ ແລະ ສຳຄັນອັນດັບໜຶ່ງຂອງປະເທດ ຈີນກ່ຽວກັບດ້ານ ເສດຖະກິດ-ການຄ້າ ຄື:  ເຈືອຈຽງ, ຈາງຊູ   ແລະ ຊຽງໄຫ່, ທ່ານນາຍົກລັດຖະມົນຕີຄົນໃໝ່ ຫຼີຊຽງ ໄດ້ຮັບຄວາມຄາດຫວັງວ່າ ຈະນຳພາລັດຖະບານຈີນ ໃນອາຍຸການໃໝ່, ນຳພື້ນຖານເສດຖະກິດໃຫ່ຍອັນດັບທີ 2 ຂອງໂລກ ຟື້ນຟູເສດຖະກິດຢ່າງໝັ້ນໂຄງໂດຍໄວ ແລະ ໄດ້ຮັບທ່າເຕີບໂຕຢ່າງແຮງ ພາຍຫຼັງໂລກລະບາດໂຄວິດ 19.

 


top