ສູນອຸຕຸນິຍົມອຸທົກກະສາດແຫ່ງຊາດ ຈີນ ໄດ້ປະກາດການກ່າວເຕືອນແດງ (ລະດັບຮ້າຍແຮງທີ່ສຸດໃນ 4 ຂັ້ນ) ເມື່ອຄາດວ່າພາຍຸ Matmo ຈະພັດເຂົ້າ 2 ແຂວງ ກວາງຕຸງ ແລະ ໄຫໜານ ຂອງ ຈີນ.
ອົງການທີ່ມີໜ້າທີ່ຂອງ ໄທ ຊ່ວຍປະຊາຊົນຍົກຍ້າຍສັດລ້ຽງ (ພາບ: ລັດຖະບານ ໄທ)
ວັນທີ 05 ຕຸລາ, ວົງການເຈົ້າໜ້າທີ່ແຂວາງ ກວາງຕຸງ ທາງພາກໃຕ້ປະເທດນີ້ໄດ້ຍົກລະດັບກ່າວເຕືອນພາຍຸຂຶ້ນລະດັບສູງສຸດເມື່ອພາຍຸ Matmo ເພີ່ມຄວາມແຮງ. ອຳນາດການົກຄອງຂອງແຂວງ ກໍ່ຜັນຂະຫຍາຍການຍົກຍ້າຍປະຊາຊົນກວ່າ 150.000 ຄົນເພື່ອຮັບປະກັນຄວາມປອດໄພ. ໃນຂະນະນັ້ນ, ອຳນາດການປົກຄອງແຂວງ ໄຫໜານ ກໍ່ໄດ້ຍົກເລີກບັນດາຖ້ຽວບິນ, ຢຸດການບໍລິການພາຫະນະຄົມມະນາຄົມສາທາລະນະ ແລະ ປິດປະຕູຫຼາຍຮາກຖານດຳເນີນທຸລະກິດແຕ່ວັນທີ 04 ຕຸລາ.
ສ່ວນຢູ່ ໄທ, ມີປະຊາຊົນ 340.000 ຄົນຢູ່ 17 ແຂວງຂອງປະເທດນີ້ ພວມຖືກຜົນສະທ້ອນຢ່າງຮ້າຍແຮງຂອງສະພານ້ຳແກ່ງຖ້ວມ ແລະ ພາຍຸ Matmo. ກົມຕຸນິຍົມອຸທົກກະສາດ ໄທ ໃຫ້ຮູ້ວ່າ ຄາດວ່າພາຍຸ Matmo ຈະກໍ່ໃຫ້ເກີດຝົນຕົກໜັກໃນວົງກວ້າງຢູ່ ໄທ ແຕ່ວັນທີ 05 – 07 ຕຸລາ.