ຂ່າວສານ

ຈີນ ໃຫ້ຄຳໝັ້ນສັນຍາຮັກສານະໂຍບາຍເປີດປະຕູພື້ນຖານເສດຖະກິດ

ຈີນ ເດີນຕາມຍຸດທະສາດຕ່າງຝ່າຍຕ່າງມີຜົນປະໂຫຍດເມື່ອເປີດປະຕູພື້ນຖານເສດຖະກິດ ແລະ ຖືກຕາມຂັ້ນຕອນຫັນເສດຖະກິດເປັນໂລກາພິວັດ.

ຈີນ ເດີນຕາມຍຸດທະສາດຕ່າງຝ່າຍຕ່າງມີຜົນປະໂຫຍດເມື່ອເປີດປະຕູພື້ນຖານເສດຖະກິດ ແລະ ຖືກຕາມຂັ້ນຕອນຫັນເສດຖະກິດເປັນໂລກາພິວັດ.

    

ທ່າກ່ຳປັ່ນແຫ່ງໜຶ່ງຂອງ ສປ ຈີນ (ພາບ: ສຳນັກຂ່າວສານ/TTXVN)

ວັນທີ 4 ພະຈິກ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ໃຫ້ຮູ້ວ່າ: ປັກກິ່ງ ຈະຮັກສານະໂຍບາຍເປີດປະຕູພື້ນຖານເສດຖະກິດຂອງປະເທດນີ້. ໃນບົດກ່າວປາໄສສົ່ງເຖິງງານວາງສະແດງການນຳເຂົ້າ - ສົ່ງອອກສາກົນຈີນ ປະຈຳປີ ຄັ້ງທີ 5, ຈັດຂຶ້ນຢູ່ຊຽງໄຮ່, ທ່ານປະທານປະເທດ ສີຈີ້ນຜິງ ຢັ້ງຢືນວ່າ: ຈີນ ເດີນຕາມຍຸດທະສາດຕ່າງຝ່າຍຕ່າງມີຜົນປະໂຫຍດເມື່ອເປີດປະຕູພື້ນຖານເສດຖະກິດ ແລະ ຖືກຕາມຂັ້ນຕອນຫັນເສດຖະກິດເປັນໂລກາພິວັດ. ທ່ານໃຫ້ຮູ້ວ່າ: ປະເທດນີ້ຈະເພີ່ມທະວີຄວາມມານະພະຍາຍາມເພື່ອແນໃສ່ສ້າງຕະຫຼາດພາຍໃນໃຫ້ໝັ້ນຄົງເຂັ້ມແຂງ, ເພີ່ມທະວີການຄ້າຂາຍສິນຄ້າ, ພັດທະນາບັນດາກົນໄກໃໝ່ໃຫ້ແກ່ການຄ້າໃນຂົງເຂດບໍລິການ ແລະ ບັນດາຝ່າຍເພື່ອແບ່ງປັນບັນດາກາລະໂອກາດໃນຕະຫຼາດທີ່ໃຫຍ່ຫຼວງຂອງຕົນ.

      ງານວາງສະແດງການນຳເຂົ້າ - ສົ່ງອອກສາກົນຈີນ ໄດ້ດຳເນີນແຕ່ວັນທີ 5 – 10 ພະຈິກ, ດຶງດູດການເຂົ້າຮ່ວມຂອງບໍລິສັດ 2.800 ແຫ່ງທີ່ມາຈາກ 127 ປະເທດ ແລະ ເຂດແຄ້ວນ. ທີ່ເຫດການດັ່ງກ່າວ, ບໍລິສັດຕ່າງປະເທດຫຼາຍແຫ່ງຈະໂຄສະນາບັນດາຜະລິດຕະພັນຂອງຕົນມຸ່ງໄປເຖິງຕະຫຼາດຂອງພື້ນຖານເສດຖະກິດໃຫຍ່ທີ່ສອງໃນໂລກ.

(ແຫຼ່ງຄັດຈາກ VOV)


top