ຂ່າວສານ

ຈີນ ແລະ ອີ​ຢິ ເຫັນ​ດີ​ເປັນ​ເອ​ກະ​ພາບຕໍ່​ວິ​ວັດ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກ່ຽວ​ກັບ​ລົດ​ໄຟ​ຟ້າ

2 ຝ່າຍບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບບັນດາບາດກ້າວເດີນ ເພື່ອແນໃສ່ມຸ່ງໄປເຖິງແກ້ໄຂຄວາມຂັດແຍ້ງກັນທີ່ກ່ຽວຂ້ອງເຖິງເລື່ອງ EU ຈັດວາງພາສີຕ້ານການອຸດໜູນໃຫ້ແກ່ລົດໄຟຟ້າ (EV) ທີ່ຜະລິດຢູ່ ຈີນ.
ລົດໄຟຟ້າຜະລິດຢູ່ ຈີນ

ວັນທີ 12 ມັງກອນ, ຈີນ ແລະ ສະຫະພາບເອີຣົບ (EU) ໃຫ້ຮູ້ວ່າ 2 ຝ່າຍບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບບັນດາບາດກ້າວເດີນ ເພື່ອແນໃສ່ມຸ່ງໄປເຖິງແກ້ໄຂຄວາມຂັດແຍ້ງກັນທີ່ກ່ຽວຂ້ອງເຖິງເລື່ອງ EU ຈັດວາງພາສີຕ້ານການອຸດໜູນໃຫ້ແກ່ລົດໄຟຟ້າ (EV) ທີ່ຜະລິດຢູ່ ຈີນ. ສອງຝ່າຍເຫັນດີຕໍ່ຄວາມຈຳເປັນປະກາດໃຊ້ຄຳແນະນຳລວມສຳລັບຄຳໝັ້ນສັນຍາກ່ຽວກັບລາຄາ ຕໍ່ກັບບັນດາວິສາຫະກິດ ຈີນ ທີ່ສົ່ງອອກລົດໄຟຟ້າ ຂົນສົ່ງຜູ້ໂດຍສານ ແລ່ນດ້ວຍຖ່ານໄຟ ໄປຍັງ EU.  ຄະນະກຳມະການເອີຣົບ ໄດ້ປະກາດໃຊ້ໜັງສືແນະນຳກ່ຽວກັບການຍື່ນຂໍ້ສະເໜີຄຳໝັ້ນສັນຍາກ່ຽວກັບລາຄາ, ໃນນັ້ນ ຊີ້ແຈ້ງບັນດາເນື້ອໃນທີ່ຕ້ອງພິຈາລະຈາ ເຊັ່ນ ລະດັບລາຄານຳເຂົ້າຕ່ຳສຸດ, ຊ່ອງທາງຂາຍເຄື່ອງ, ກົນໄກຊົດເຊີຍ, ກໍຄືບັນດາແຜນການລົງທຶນໃນອະນາຄົດຢູ່ EU. ຄະນະກຳມະການ ເອີຣົບ ຢັ້ງຢືນວ່າ ຈະຕີລາຄາແຕ່ລະຂໍ້ສະເໜີຢ່າງພາວະວິໄສ, ຍຸຕິທຳ, ບໍ່ມີການຈຳແນກການປະພຶດ ແລະ ປະຕິບັດບັນດາຂໍ້ກຳນົດຂອງອົງການການຄ້າໂລກ (WTO).


top