ຂ່າວສານ

ຈີນ ແລະ ອາ​ເມ​ລິ​ກາ ຕໍ່​ກຳ​ນົດ​ການ​ຈັດ​ວາງ​ອັດ​ຕາ​ພາ​ສີຕື່​ມ​ອີກ 90 ວັນ

ໃນໄລຍະເວລາຕໍ່ກຳນົດຕື່ມອີກ 90 ວັນນີ້, ສອງຝ່າຍຈະໃຫ້ຄຳໝັ້ນສັນຍາບໍ່ຈັດວາງລະດັບພາສີໃໝ່, ກໍ່ຄືບໍ່ເຮັດໃຫ້ຄວາມເຄັ່ງຕຶງທາງການຄ້າເພີ່ມຂຶ້ນດ້ວຍບັນດາມາດຕະການອື່ນໆ.
ທອງໄດ້ຜະລິດຢູ່ໂຮງງານແຫ່ງໜຶ່ງຂອງ ຈີນ (ພາບ: THX/TTXVN)
ໜັງສືພິມ South China Morning Post ສະບັບອອກໃນວັນທີ 27 ກໍລະກົດ ໄດ້ຄັດສະເໜີແຫຼ່ງຂ່າວໂດຍໃຫ້ຫຮູ້ວ່າ ຈີນ ແລະ ອາເມລິກາ ຄາດວ່າຈະຕໍ່ກຳນົດເວລາຕື່ມອີກ 90 ວັນຕໍ່ການຈັດວາງອັດຕາພາສີໃສ່ສິນຄ້າຂອງກັນ ໃນການເຈລະຈາທາງການຄ້າຢູ່ນະຄອນ Stockholm, ປະເທດຊູແອັດ, ເລີ່ມແຕ່ວັນທີ 28 ກໍລະກົດ. ເດືອນພຶດສະພາຜ່ານມາ, ສອງພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກໄດ້ເຫັນດີເປັນເອກະພາບລົບລ້າງ ບັນດາອັດຕາພາສີອາກອນສູງສ່ວນຫຼາຍທີ່ຈັດວາງໃສ່ສິນຄ້າຂອງກັນໃນຮອບເວລາ 90 ວັນເພື່ອສືບຕໍ່ເຈລະຈາ, ເຊິ່ງ ເວລາກຳນົດຢຸດຊົ່ວຄາວນີ້ຈະສິ້ນສຸດໃນວັນທີ 12 ສິງຫາ. ໃນໄລຍະເວລາຕໍ່ກຳນົດຕື່ມອີກ 90 ວັນນີ້, ສອງຝ່າຍຈະໃຫ້ຄຳໝັ້ນສັນຍາບໍ່ຈັດວາງລະດັບພາສີໃໝ່, ກໍ່ຄືບໍ່ເຮັດໃຫ້ຄວາມເຄັ່ງຕຶງທາງການຄ້າເພີ່ມຂຶ້ນດ້ວຍບັນດາມາດຕະການອື່ນໆ.

top