ຂ່າວສານ

ຈີນ ແລະ ອາຊຽນ ເພີ່ມທະວີການຮ່ວມມື

ທ່ານ ຫວາງອີ ຖືວ່າສອງຝ່າຍຄວນຮ່ວມແຮງຮ່ວມໃຈຊຸກຍູ້ກິດຈະການຫັນເປັນທັນສະໄໝໃຫ້ແກ່ປະຊາຊົນ ຢູ່ ຈີນ ແລະ ອາຊຽນ, ສ້າງພາກພື້ນ ສັນຕິພາບ, ວັດທະນາຖາວອນດ້ວຍ ສະພາບແວດລ້ອມອັນດີງາມ ແລະ ມິດຕະພາບ, ເພີ່ມທະວີການຮ່ວມມືເພື່ອອະນາຄົດລວມ
  ທ່ານ Kao Kim Hourn ແລະ ທ່ານ ຫວາງອີ (ພາບ: ASEAN)  

ວັນທີ 27 ມີນາ, ທ່ານ ຫວາງອີ, ຫົວໜ້າຫ້ອງການຄະນະກຳມະການວຽກງານການພົວພັນຕ່າງປະເທດ ສູນກາງ ພັກກອມມູນິດຈີນ ພົບປະເຈລະຈາກັບທ່ານ Kao Kim Hourn, ເລຂາທິການໃຫຍ່ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ພວມມີການຢ້ຽມຢາມປັກກິ່ງ. ນະທີ່ນີ້, ທ່ານ ຫວາງອີ ເນັ້ນໜັກວ່າ: ຈີນ ຍາມໃດກໍ່ສະໜັບສະໜູນ ອາຊຽນ, ພ້ອມທັງຈະສືບຕໍ່ສະໜັບສະໜູນຢ່າງແຮງວິວັດການເຊື່ອມໂຍງ ແລະ ສ້າງປະຊາຄົມຂອງກຸ່ມ; ສະໜັບສະໜູນຄວາມສາມັກຄີ ເພື່ອການພັດທະນາຂອງ ອາຊຽນ; ກໍ່ຄືສະໜັບສະໜູນຮັກສາໂຄງປະກອບການຮ່ວມມືພາກພື້ນຖື ອາຊຽນ ເປັນໃຈກາງ. ທ່ານ ຫວາງອີ ຖືວ່າສອງຝ່າຍຄວນຮ່ວມແຮງຮ່ວມໃຈຊຸກຍູ້ກິດຈະການຫັນເປັນທັນສະໄໝໃຫ້ແກ່ປະຊາຊົນ ຢູ່ ຈີນ ແລະ ອາຊຽນ, ສ້າງພາກພື້ນ ສັນຕິພາບ, ວັດທະນາຖາວອນດ້ວຍ ສະພາບແວດລ້ອມອັນດີງາມ ແລະ ມິດຕະພາບ, ເພີ່ມທະວີການຮ່ວມມືເພື່ອອະນາຄົດລວມ.

ສ່ວນທ່ານ Kao Kim Hourn, ເລຂາທິການໃຫຍ່ ຢັ້ງຢືນວ່າ: ອາຊຽນ ພ້ອມແລ້ວເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຈີນ ໃຫ້ເລິກເຊິ່ງກ່ວາ, ພ້ອມກັນຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ, ເພີ່ມທະວີການຮ່ວມມືດ້ານການຄ້າ, ການລົງທຶນ, ເສດຖະກິດດີຈີຕອນ ແລະ ການພັດທະນາສີຂຽວ.


top