ຂ່າວສານ

ຈີນ ແລະ ສ.ເກົາຫຼີ ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ພັດ​ທະ​ນາ​ການ​ພ​ົວ​ພັນ​ສອ​ງ​ຝ່າຍ

ຈີນ ພ້ອມແລ້ວທີ່ຈະເຮັດວຽກກັບອຳນາດການປົກຄອງ ເຊີອູນ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງປະເທດ ແລະ ສະແດງຄວາມຫວັງພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດໃນສະພາບທີ່ສອງປະເທດ ພວມມຸ່ງໄປເຖິງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 30 ປີ ໃນເດືອນ ສິງຫາຈະມາເຖິງນີ້.
  ການພົບປະສົນທະນາລະຫວ່າງລັດຖະມົນຕີການຕ່າງປະເທດ ຈີນ ແລະ ສ.ເກົາຫຼີ (ພາບ: Yonhap)  

 ວັນທີ 7 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ໄດ້ພົບປະສົນທະນາກັບຄູ່ຕຳແໜ່ງ ສ.ເກົາຫຼີ Park Jin ຢູ່ນອກກອງປະຊຸມລັດຖະມົນຕີກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ຢູ່ ບາລີ, ປະເທດ ອິນໂດເນເຊຍ. ໃນການພົບປະສົນທະນາແບບເຊິ່ງໜ້າຄັ້ງທຳອິດກັບຜູ້ຕາງໜ້າຂອງ ປັກກິ່ງ ນັບແຕ່ຮັບດຳລົງຕຳແໜ່ງເມື່ອຕົ້ນເດືອນພຶດສະພາ, ທ່ານ Park Jin ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການພັດທະນາການພົວພັນສອງຝ່າຍລະຫວ່າງ ສ.ເກົາຫຼີ ແລະ ຈີນ ໂດຍອີງໃສ່ການເຄົາລົບເຊິ່ງກັນແລະກັນ, ພ້ອມທັງເນັ້ນໜັກວ່າ  ອຳນາດການປົກຄອງໃໝ່ຢູ່ ສ.ເກົາຫຼີ ຈະຕັ້ງໜ້າເຂົ້າຮ່ວມກົນໄກຮ່ວມມື ແລະ ສົມທົບກັນໃນທົ່ວໂລກ ເພື່ອປ້ອງກັນ “ສິດເສລີ, ສັນຕິພາບ, ສິດທິມະນຸດ ແລະ ອຳນາດກົດໝາຍ”. ໃນນັ້ນ, ທ່ານ ຫວາງອີ ໃຫ້ຮູ້ວ່າ ຈີນ ພ້ອມແລ້ວທີ່ຈະເຮັດວຽກກັບອຳນາດການປົກຄອງ ເຊີອູນ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງປະເທດ ແລະ ສະແດງຄວາມຫວັງພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດໃນສະພາບທີ່ສອງປະເທດ ພວມມຸ່ງໄປເຖິງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 30 ປີ ໃນເດືອນ ສິງຫາຈະມາເຖິງນີ້.


top