ຂ່າວສານ

ຈີນ ແລະ ສປປ.ເກົາຫຼີ ຊຸກຍູ້ການແລກປ່ຽນ ແລະ ຮ່ວມມື 2 ຝ່າຍ

ການຢ້ຽມຢາມແມ່ນເພື່ອແນໃສ່ເພີ່ມທະວີການແລກປ່ຽນຂັ້ນສູງ ແລະ ຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດ.

ການ​ຢ້ຽມ​ຢາມ ສ​ປ​ປ.ເກົາ​ຫຼີ ຂອງ​ທ່ານ ສີ​ຈິ້​ນ​ຜິ້ງ, ປະ​ທານ​ປະ​ເທດ ຈີນ ໃນ​ລ​ະ​ຫວ່າງວັນ​ທີ 08 – 09 ມິ​ຖຸ​ນາ ພວມດ​ຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ຫາງ​ສຽງ​ສາ​ກົນ ໃນ​ສະ​ພາບ​ທີ່ນີ້​ແມ່ນ​ການ​ໄປ​ປະ​ຕິ​ບັດ​ງານ​ເຖິງ ພຽງ​ຢາງ ເປັນ​ຄັ້ງ​ທຳ​ອິດ​ຂອງ​ການ​ນຳ ຈີນ ພາຍ​ຫຼັງເວ​ລາ 7 ປີ. ການ​ຢ້ຽມ​ຢາມ​ແມ່ນ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຂັ້ນ​ສູງ ແລະ ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ.

ວົງ​ການ​ນັກ​ໄຈ້​ແຍກ​ໃຫ້​ຂໍ້​ສັງ​ເກດ​ວ່າ, ນີ້​ແມ່ນ​ໂອ​ກາດ​ເພືຶ່ອ​ໃຫ້ 2 ຝ່າຍ​ເພີ່ມ​ທະ​ວີ​ການ​ພົບ​ປະ​ຢູ່​ຂັ້ນ​ສ​ູງ​ສຸດ, ປັບ​ປຸ​ງ​ສາຍ​ພົວ​ພັ​ນ​ທີ່​ເປັນ​ມູນ​ເຊື້ອ ແລະ ປຶກ​ສາ​ຫາ​ລື​ບັນ​ດາ​ການ​ກຳ​ນົດ​ທິດ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ການ​ຢ້ຽມ​ຢາມ​ແມ່ນ​ເພື່ອ​ປະ​ກອບ​ສ່ວນ​ຮັກ​ສາ​ຄວາມ​ສະ​ຖຽນ​ລະ​ພາບ ແລະ ການ​ຮ່ວມ​ມື​ຢູ່​ພາກ​ພື້ນ.


top