ຂ່າວສານ

ຈີນ ແລະ ລັດ​ເຊຍ ເພີ່ມ​ທະ​ວີ​ການ​ສົມ​ທົບ​ດ້ານ​ຍຸດ​ທະ​ສາດ

ໃນການໂອ້ລົມເຈລະຈາ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ເນັ້ນໜັກວ່າ ປີນີ້ແມ່ນປີເລີ່ມຕົ້ນການວາງແຜນກຳນົດ 5 ປີຄັ້ງທີ 15 ຂອງຈີນ, ພ້ອມທັງເປັນຫຼາຍຂີດໝາຍສຳຄັນໃນການພົວພັນສອງຝ່າຍ.
ທ່ານ ສີຈິ້ນຜິງ ປະທານປະເທດຈີນໂອ້ລົມເຈລະຈາແບບທາງໄກກັບທ່ານ Vladimir Putin, ປະທານາທິບໍດີສະຫະພັນ ລັດເຊຍ (ພາບ: Sputnik/Vyacheslav Prokofyev/Pool via REUTERS)

ຕອນບ່າຍວັນທີ 4 ກຸມພາ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ດຳເນີນການໂອ້ລົມເຈລະຈາແບບທາງໄກກັບທ່ານ Vladimir Putin,  ປະທານາທິບໍດີສະຫະພັນ ລັດເຊຍ ເພື່ອແລກປ່ຽນກ່ຽວກັບການພົວພັນສອງຝ່າຍ ແລະ ຊຸກຍູ້ການຮ່ວມມືຢູ່ບັນດາກົນໄກຫຼາຍຝ່າຍ.

ໃນການໂອ້ລົມເຈລະຈາ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ເນັ້ນໜັກວ່າ ປີນີ້ແມ່ນປີເລີ່ມຕົ້ນການວາງແຜນກຳນົດ 5 ປີຄັ້ງທີ 15 ຂອງຈີນ, ພ້ອມທັງເປັນຫຼາຍຂີດໝາຍສຳຄັນໃນການພົວພັນສອງຝ່າຍ. ດັ່ງນັ້ນ, ຈີນຈະເປີດກວ້າງການພົວພັນຕ່າງປະເທດຢູ່ລະດັບສູງກວ່າ, ແບ່ງປັນໂອກາດພັດທະນາ ກັບບັນດາປະເທດ, ໃນນັ້ນມີ ລັດເຊຍ. ທ່ານສີຈິ້ນຜິງ ຖືວ່າ ສອງຝ່າຍຄວນກຳແໜ້ນກາລະໂອກາດນີ້ເພື່ອເພີ່ມທະວີການພົບປະຂັ້ນສູງ, ເປີດກວ້າງການຮ່ວມມືຢ່າງແທ້ຈິງ ແລະ ຊຸກຍູ້ການສົມທົບກັນດ້ານຍຸດທະສາດຢ່າງຮອບດ້ານກວ່າ. ສ່ວນທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ກໍ່ຕີລາຄາສູງການພັດທະນາຂອງການພົວພັນລັດເຊຍ - ຈີນໃນຊຸມປີຜ່ານມາ, ປາດຖະໜາຢາກສືບຕໍ່ເພີ່ມທະວີການສົມທົບຍຸດທະສາດ ກັບຈີນ ຢູ່ບັນດາກົນໄກຫຼາຍຝ່າຍຄື ສປຊ.


top