ຂ່າວສານ

ຈີນ ເພີ່ມທະວີການກະທຳຜິດພາດ “ບໍ່ເຄີຍມີມາກອ່ນ” ຢູ່ ທະເລຕາເວັນອອກ

      ເລື່ອງຍູ້ແຮງວິວັດການເຈລະຈາ ເພື່ອຮັບຮອງເອົາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ COC ໃນໄລຍະຈະມາເຖິງແມ່ນສຳຄັນທີ່ສຸດ.

ຈີນ ໄດ້ຜັນຂະຫຍາຍກຳປັ່ນຫລາຍລຳໄປເຖິງທະເລຕາເວັນອອກ 
      ຕາມນັກຊ່ຽວຊານຍິງ ຊາວມາເລເຊຍ ແລ້ວ, ນັບແຕ່ຕົ້ນປີ 2020 ທະເລຕາເວັນອອກໄດ້ກາຍເປັນ “ຈຸດຮ້ອນເຮັ່ງ” ຂອງບັນດາການກະທຳເກາະຜິດຂອງຈີນ ເພື່ອເລັ່ງໃສ່ບັນດາປະເທດໃນພາກພື້ນ. ຈີນ ໄດ້ຜັນຂະຫຍາຍກຳປັ່ນຫລາຍລຳໄປເຖິງເຂດເສດຖະກິດຈຳເພາະ (EEZ) ຂອງບັນດາປະເທດ ແລະ ມີການກະທຳເກາະຜິດ, ກໍ່ຄວາມວຸ້ນວາຍທີ່ອັນຕະລາຍ. ຈີນ ໄດ້ສວຍໃຊ້ສະພາບການໂລກລະບາດ ໂຄວິດ 19 ພວມຜັນແປໄປຢ່າງສັບສົນຢູ່ບັນດາປະເທດໃນພາກພື້ນ ເພື່ອສືບຕໍ່ມີການກະທຳເຄັ່ງຕຶງປີນຂັ້ນໄດເຮັດໃຫ້ປະຊາຄົມສາກົນຍິ່ງມີຄວາມວິຕົກກັງວົນ, ເປັນຕົ້ນແມ່ນເຫດ ກຳປັ່ນຕຳຫລວດທະເລຂອງຈີນ ຕຳກຳປັ່ນ QNg 90617 TS ຂອງຫວຽດນາມ ເມື່ອວັນທີ 2 ເມສາ.
ທ່ານາງ ຖືວ່າ ເລື່ອງຍູ້ແຮງວິວັດການເຈລະຈາ ເພື່ອຮັບຮອງເອົາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ COC ໃນໄລຍະຈະມາເຖິງແມ່ນສຳຄັນທີ່ສຸດ.
 (ແຫຼ່ງຄັດຈາກ VOV)


top