ຂ່າວສານ

ຈີນ ເນັ້ນໜັກການເຈລະຈາແມ່ນມາດຕະການແກ້ໄຂໃຫ້ແກ່ວິກິດການ ຢູແກຼນ

ຕາມທ່ານປະທານປະເທດ ສິຈີ້ນຜິງ ແລ້ວ, ການພົບປະສົນທະນາ ແລະ ການເຈລະຈາແມ່ນມາດຕະການແກ້ໄຂໜຶ່ງດຽວທີ່ອາດເປັນໄປໄດ້ສຳລັບວິກິດການ ຢູແກຼນ.
  ທ່ານປະທານປະເທດ ຈີນ ສິຈີ້ນຜິງ (ພາບ:AFP/TTXVN)  

ວັນທີ 26 ເມສາ, ທ່ານປະທານປະເທດ ຈີນ ສີຈີ້ນຜິງ ແລະ ທ່ານປະທານາທິບໍດີ ຢູແກຼນ Volodymyr Zenlensky ດຳເນີນການໂອ້ລົມທາງໂທລະສັບຄັ້ງທຳອິດລະຫວ່າງການນຳສອງທ່ານ ນັບແຕ່ເມື່ອເກີດການປະທະກັນລະຫວ່າງ ຢູແກຼນ ແລະ ລັດເຊຍ ໃນຕົ້ນປີກາຍ.

ຕາມທ່ານປະທານປະເທດ ສິຈີ້ນຜິງ ແລ້ວ, ການພົບປະສົນທະນາ ແລະ ການເຈລະຈາແມ່ນມາດຕະການແກ້ໄຂໜຶ່ງດຽວທີ່ອາດເປັນໄປໄດ້ສຳລັບວິກິດການ ຢູແກຼນ. ທ່ານ ສີຈີ້ນຜິງ ໃຫ້ຮູ້ວ່າ: ຈີນ ຈະສົ່ງທູດພິເສດຂອງລັດຖະບານປະເທດນີ້ກ່ຽວກັບບັນຫາ ອາຊີ - ເອີລົບ ໄປຍັງ ຢູແກຼນ ແລະ ບັນດາປະເທດ ອື່ນເພື່ອສ້າງການຕິດຕໍ່ພົວພັນອັນເລິກເຊິ່ງ, ກ້ວາງຂວາງກັບທຸກໆຝ່າຍ ເພື່ອແນໃສ່ຊອກຫາມາດຕະການແກ້ໄຂດ້ານການເມືອງໃຫ້ແກ່ວິກິດການ ຢູແກຼນ.

ໃນສື່ສັງຄົມ Twitter ສ່ວນຕົວ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zenlensky ເຊື່ອໝັ້ນວ່າ, ການໂອ້ລົມທາງໂທລະສັບຈະສ້າງກຳລັງໜູນຢ່າງແຮງໃຫ້ແກ່ການພັດທະນາການພົວພັນສອງຝ່າຍ. ພາຍຫຼັງການໂອ້ລົມທາງໂທລະສັບ, ປະທານາທິບໍດີ ຢູແກຼນ ໄດ້ແຕ່ງຕັ້ງທ່ານ Pavel Ryabikin, ອະດີດລັດຖະມົນຕີບັນດາຂະແໜງອຸດສາຫະກຳຍຸດທະສາດຂອງ ຢູແກຼນ, ເປັນເອກອັກຄະລັດຖະທູດຄົນໃໝ່ປປະຈຳ ຈີນ. ຢູແກຼນ ບໍ່ມີເອກອັກຄະລັດຖະທູດ ປະຈຳ ຈີນ ນັບແຕ່ເດືອນ ກຸມພາ 2021.

ແລະກໍ່ໃນວັນດຽວກັນ, ທຳນຽບຂາວອອກຖະແຫຼງການຊົມເຊີຍການໂອ້ລົມທາງໂທລະສັບລະຫວ່າງ ທ່ານປະທານປະເທດ ຈີນ ສີຈີ້ນຜິງ ແລະ ທ່ານປະທານາທິບໍດີ ຢູແກຼນ Volodymyr Zenlensky, ແຕ່ຖືວ່າ ຍັງບໍ່ແນ່ໃຈວ່າຮັບຮູ້ເຫດການນີ້ຈະພາໄປເຖິງການສ້າງຂໍ້ຕົກລົງສັນຕິພາບລະຫວ່າງລັດເຊຍ ແລະ ຢູແກຼນ ໄດ້ຫຼືບໍ່. ໃນຂະນະນັ້ນ, ຝລັ່ງ ກໍ່ໄດ້ປະກາດວ່າ ປະເທດນີ້ໄດ້ສະໜັບສະໜູນທຸກໆການເຈລະຈາ ເພື່ອແນໃສ່ຢຸດຕິການປະທະກັນລະຫວ່າງ ຢູແກຼນ ແລະ ລັດເຊຍ.


top