ວັນທີ 19 ກັນຍາ, ກະຊວງການຄ້າຈີນໄດ້ຖະແຫຼງວ່າຈີນເດັດດ່ຽວຄັດຄ້ານຂໍ້ຕົກລົງ ຂອງອາເມລິກາກ່ຽວກັບ ຄຳສັ່ງຫ້າມບັນດາໂປຼແກຼມ WeChat ແລະ Tiktok ໃນບັນດາຮ້ານຂາຍໂປຼແກຼມອອນລາຍຂອງອາເມລິກາ ນັບແຕ່ຕອນຄ່ຳ ວັນທີ 20 ກັນຍາເປັນຕົ້ນໄປ.
ພາບປະກອບ: AFP/TTXVN
ຕາມກະຊວງການຄ້າຈີນແລ້ວ, ຖ້າຫາກວ່າ ອາເມລິກາ ບໍ່ດັບປັບຂໍ້ຜິດພາດຂອງຕົນ, ປັກກິ່ງ ຈະຍົກອອກບັນດາມາດຕະການທີ່ຈຳເປັນເພື່ອປົກປ້ອງຜົນປະໂຫຍດອັນຊອບທຳຂອງບັນດາບໍລິສັດຈີນ.
ກ່ອນໜ້ານັ້ນ ໃນວັນທີ 18 ກັນຍາ, ກະຊວງການຄ້າ ອາເມລິກາ ໄດ້ປະກາດວ່າທຸກການກະທຳຈຳໜ່າຍຫຼື ຮັກສາ Wechar ແລະ Tiktok ໃນບັນດາຮ້ານຂາຍໂປຼແກຼມ ອອນລາຍ ຈະຖືກຫ້າມ ນັບແຕ່ ວັນທີ 20 ກັນຍາເປັນຕົ້ນໄປ. ດ້ວຍສາຍເຫດແມ່ນ ອາເມລິກາ ກ່າວຫາບັນດາໂປຼແກຼມນີ້ຂອງຈີນ “ນາບຂູ່ເຖິງຄວາມໝັ້ນຄົງແຫ່ງຊາດ, ນະໂຍບາຍທາງການທູດ ແລະ ພື້ນຖານເສດຖະກິດຂອງອາເມລິກາ”.
(ແຫຼ່ງຄັດຈາກ VOV)