ຂ່າວສານ

ຈີນ ຮຽກຮ້ອງໃຫ້ ອີຢູ ຮັກສາການພົວພັນດ້ານການຄ້າມີສະຖຽນລະພາບ, ດຸນດ່ຽງ

ດ້ວຍບົດບາດເປັນສະມາຊິກຫຼັກແຫຼ່ງຂອງ ອີຢູ, ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນດ້ານເສດຖະກິດ ແລະ ການຄ້າລະຫວ່າງສອງຝ່າຍ.
ທ່ານ ຫວາງອີ, ລັດຖະມົນຕີກະຊວງການຕ່າງປະເທດ ຈີນ (ພາບ: VNA)

ວັນທີ 10 ພະຈິກ, ທ່ານ ຫວາງ​ອີ, ລັດຖະມົນຕີກະຊວງການຕ່າງປະເທດ ຈີນ ໄດ້ຮຽກຮ້ອງໃຫ້ສະຫະພາບ ເອີຣົບ (ອີ​ຢູ) ຮ່ວມມືກັບ ປັກກິ່ງ ເພື່ອສ້າງການ​ພົວ​ພັນ​ດ້ານການຄ້າ​ໃຫ້​ມີ​ສະ​ຖຽ​ນ​ລະ​ພາບ ແລະ ດຸນ​ດ່ຽງ, ໂດຍເນັ້ນໜັກວ່າ ທັງສອງ​ຝ່າຍ​ຈະ​ພ້ອມ​ກັນຮັບຜົນປະໂຫຍດ​ເມື່ອ​ເພີ່ມ​ທະ​ວີການຮ່ວມມື ແລະ ​ລ້ວນ​ແຕ່​​ຖືກ​ຜົນ​ເສຍ​ຫາຍຖ້າການປະເຊີນໜ້າຮ້າຍແຮງຂຶ້ນ.

​ກ່າ​ວ​ຄຳ​ເຫັນ​ທີ່ໃນການໂອ້ລົມທາງໂທລະສັບກັບທ່ານ Jean-Noël Barrot, ​ລັດ​ຖະ​ມົນ​ຕີຜູ້​ຮັບ​ຜິດ​ຊອບ ເອີ​ລົບ ກະຊວງການຕ່າງປະເທດ ຝຣັ່ງ, ທ່ານ ຫວາງ​ອີ ໄດ້​ສະ​ແດງ​ຄວາມເຊື່ອໝັ້ນວ່າ ຝຣັ່ງ, ດ້ວຍ​ບົດ​ບາດ​ເປັນສະມາຊິກ​ຫຼັກ​ແຫຼ່ງຂອງ ​ອີ​ຢູ, ຈະປະກອບສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຊຸກ​ຍູ້ການພົວພັນດ້ານເສດຖະກິດ ແລະ ການຄ້າລະຫວ່າງສອງຝ່າຍ.

ການ​ກະ​ທຳ​ດັ່ງ​ກ່າວ​ຈັດ​ຂຶ້ນໃນ​ສະ​ພາບ​ທີ່​ການ ພົວພັນ​ດ້ານການຄ້າລະ​ຫວ່າງ​ສອງ​ສອງ​ພື້ນ​ຖານ​ເສດຖະກິດ​ພວມ​ຖືກກົດດັນຈາກການຂາດດຸນການຄ້າ, ຄວາມ​ສາ​ມາດເຂົ້າເຖິງຕະຫຼາດ, ຄວບຄຸມການສົ່ງອອກວັດ​ຖຸ​ດິບຍຸດທະສາດ.


top