ຂ່າວສານ

ຈີນ ຮຽກຮ້ອງ ໃຫ້ ອາເມລິກາ ຮັບຟັງສຽງເວົ້າຂອງປະຊາຄົມສາກົນ

      ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດ ຈີນ ໃນວັນທີ 19 ສິງຫາ, ທ່ານໂຄສົກ ຈາວຫຼີຈຽນ ໄດ້ຮຽກຮ້ອງໃຫ້ ອາເມລິກາ ຄວນຮັບຟັງສຽງເວົ້າຂອງປະຊາຄົມສາກົນ ເພື່ອນຳການພົວພັນລະຫວ່າງ 2 ຝ່າຍກັບຄືນສູ່ວົງໂຄຈອນຄືນໃໝ່ໃຫ້ຖືກຕ້ອງໂດຍໄວ.


ທ່ານໂຄສົກ ຈາວຫຼີຈຽນ
      ທ່ານ ຈາວຫຼີຈຽນ ເນັ້ນໜັກວ່າ: ຈີນ ຍາມໃດກໍ່ຖືວ່າ: ຖ້າ ຈີນ ແລະ ອາເມລິກາ ຮ່ວມມືກັນນັ້ນຕ່າງຝ່າຍຕ່າງຈະມີຜົນປະໂຫຍດ, ແຕ່ຖ້າຕໍ່ສູ້ກັນ ຈະກໍ່ຜົນເສຍຫາຍໃຫ້ທັງ 2 ຝ່າຍ. ການພົວພັນລະຫວ່າງ ຈີນ ແລະ ອາເມລິກາ ພັດທະນາຢ່າງປອດໃສ, ເປັນປົກກະຕິ ບໍ່ພຽງແຕ່ສົ່ງຜົນສະທ້ອນເຖິງສະພາບການໂລກປະຈຸບັນ ແລະ ອະນາຄົດເທົ່ານັ້ນ ຫາກຍັງເໝາະສົມກັບຄວາມມຸ່ງມາດປາດຖະໜາລວມຂອງປະຊາຊົນ 2 ປະເທດ ກໍ່ຄືປະຊາຊົນໃນໂລກອີກດ້ວຍ.
        ທ່ານ ຈາວຫຼີຈຽນ ໂຄສົກກະຊວງການຕ່າງປະເທດ ຈີນ ກໍ່ຢັ້ງຢືນວ່າ ການພົວພັນລະຫວ່າງ ຈີນ - ອາເມລິກາ ໃນໄລຍະມໍ່ໆມານີ້ ມີສັນຍານຂາດສະຖຽນລະພາບຫລາຍຢ່າງ ສາຍເຫດລ້ວນແຕ່ແມ່ນຍ້ອນຝ່າຍ ອາເມລິກາ.
        ທ່ານ ຈາວຫຼີຈຽນ ກໍ່ຮຽກຮ້ອງໃຫ້ ອາເມລິກາ ຄວນຮັບຟັງສຽງເວົ້າຂອງປະຊາຄົມສາກົນ, ປະຖິ້ມແນວຄິດກ່ຽວກັບສົງຄາມເຢັນ, ມີຄວາມຮັບຮູ້ຢ່າງພາວະວິໄສກ່ຽວກັບການພົວພັນລະຫວ່າງ ຈີນ ແລະ ອາເມລິກາ, ພ້ອມກັບ ຈີນ ຊຸກຍູ້ການພົວພັນ 2 ຝ່າຍໃຫ້ກັບຄືນສູ່ວົງໂຄຈອນຄືນໃໝ່ຢ່າງມີຄວາມກົມກຽວ, ຮ່ວມມື ແລະ ເປັນປົກກະຕິ.
(ແຫຼ່ງຄັດຈາກ VOV)


top