ຂ່າວສານ

ຈີນ, ອົດສະຕາລີ ຮຽກຮ້ອງເວົ້າຄວາມວ່າ “ບໍ່” ຕໍ່ການອາລັກຂາດ້ານການຄ້າ

      ບັນດາການອາລັກຂາດ້ານການຄ້າແມ່ນ ການກະທຳແບບບໍ່ມອງກ້ວາງເຫັນໄກ ແລະ ຈະຖືກປະລາໄຊຢ່າງແນ່ນອນ”. 

ພາບປະກອບ /  AFP/TTXVN
      ຄຳຖະແຫຼງນີ້ ໂດຍທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ຍົກອອກມາໃນວັນທີ 17 ພະຈິກ ກ່ອນທີ່ດຳເນີນເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 26 ຢູ່ນະຄອນຫລວງ Port Moresby ຂອງປະເທດ ປາປົວນິວກີເນ.
       ກ່າວຄຳເຫັນຕໍ່ໜ້າບັນດາການນຳວິສາຫະກິດຢູ່ນອກກອງປະຊຸມ, ທ່ານປະທານປະເທດ ສີຈິ້ນຜິງ ຖືວ່າ: ບັນດາຄວາມມານະພະຍາຍາມສ້າງຮົ້ວກີດຂວາງຂຶ້ນ ແລະ ຕັດບັນດາສາຍພົວພັນດ້ານເສດຖະກິດທີ່ສະໜິດແໜ້ນແມ່ນໄປຝືນກັບບັນດາກົດລະບຽບເສດຖະກິດ ແລະ ທ່າອ່ຽງປະຫວັດສາດ. ທ່ານ ສີຈິ້ນຜິງ ຮຽກຮ້ອງບັນດາພື້ນຖານເສດຖະກິດໃນໂລກຄວນເວົ້າຄວາມວ່າ “ບໍ່” ຕໍ່ລັດທິອາລັກຂາ ແລະ ລັດທິຝ່າຍດຽວ.
       ແລະກໍ່ໃນວັນດຽວກັນ, ກ່າວຄຳເຫັນຕໍ່ບັນດາການນຳວິສາຫະກິດ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ໄດ້ກ່າວເຕືອນສົງຄາມການຄ້າ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດ ແລະ ຕ້ອງໄດ້ແກ້ໄຂ ໂດຍຜ່ານການເຈລະຈາ ແທນທີ່ການຈັດວາງພາສີໂຕ້ຕອບເຊິ່ງກັນ ແລະ ກັນ.
 (ແຫຼ່ງຄັດຈາກ VOV)


top