ຂ່າວສານ

ຈີນ - ອາເມລິກາ ແລກປ່ຽນກ່ຽວກັບການພົວພັນສອງຝ່າຍ

ທ່ານ ລັດຖະມົນຕີ Blinken ຊີ້ແຈ້ງວ່າ, ອາເມລິກາ ພ້ອມແລ້ວທີ່ຈະປຶກສາຫາລື ກັບຈີນ ກ່ຽວກັບບັນດາຫຼັກການກຳນົດທິດໃນການພົວພັນສອງຝ່າຍ
  ທ່ານ ຫວາງອີ, ລັດຖະມົນຕີກະຊວງການຕ່າງປະເທດ ສປ ຈີນ ແລະ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken (ພາບ:ສຳນັກຂ່າວສານຊິນຮວາ -AFP/TTXVN)  

ວັນທີ 23 ທັນວາ, ທ່ານ ຫວາງອີ, ລັດຖະມົນຕີກະຊວງການຕ່າງປະເທດ ສປ ຈີນ ໄດ້ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ຕາມຄຳສະເໜີຂອງຄູ່ຕຳແໜ່ງ ອາເມລິກາ. ທ່ານລັດຖະມົນຕີ ຫວາງອີ ໄດ້ຊີ້ແຈ້ງວ່າ ຈີນ ຈະສືບຕໍ່ເດັດດ່ຽວປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງ ແລະ ຜົນປະໂຫຍດແຫ່ງການພັດທະນາຂອງຕົນ. ທ່ານຖືວ່າ, ປີໃໝ່ຄວນມີແງ່ຫວັງໃໝ່, ປະຊາຊົນຢູ່ທັງສອງປະເທດ ແລະ ໃນທົ່ວໂລກລ້ວນແຕ່ຫວັງວ່າ ການພົວພັນລະຫວ່າງສອງປະເທດມະຫາອຳນາດຈະເປັນປົກກະຕິ ແລະ ໄດ້ຮັບການປັບປຸງໃຫ້ດີຂຶ້ນ.

ທ່ານ ລັດຖະມົນຕີ Blinken ຊີ້ແຈ້ງວ່າ, ອາເມລິກາ ພ້ອມແລ້ວທີ່ຈະປຶກສາຫາລື ກັບຈີນ ກ່ຽວກັບບັນດາຫຼັກການກຳນົດທິດໃນການພົວພັນສອງຝ່າຍ, ຄຸ້ມຄອງການພົວພັນຢ່າງມີຄວາມຮັບຜິດຊອບ ແລະ ປະຕິບັດການຮ່ວມມືໃນບັນດາຂົງເຂດຕອບສະໜອງຜົນປະໂຫຍດລວມຂອງທັງສອງຝ່າຍ.

ນອກຈາກນັ້ນ, ການນຳກະຊວງການຕ່າງປະເທດ 2 ທ່ານກໍ່ແລກປ່ຽນກ່ຽວກັບບັນຫາ ຢູແກຼນ. ທ່ານລັດຖະມົນຕີ ຫວາງອີ ເນັ້ນໜັກວ່າ: ຍາມໃດຈີນ ກໍ່ສະໜັບສະໜູນສັນຕິພາບ, ບັນດາຈຸດປະສົງຂອງກົດບັດ ສປຊ ແລະ ສາກົນ ເພື່ອຊຸກຍູ້ສັນຕິພາບ ແລະ ການເຈລະຈາ.


top