ຂ່າວສານ

ຈີນ ສຳເລັດ “ການເຈລະຈາແທດຈິງ” ຍົກລະດັບ FTA ກັບ ສິງກະໂປ

ແຈ້ງການໄດ້ຍົກອອກມາພາຍຫຼັງທີ່ ຈີນ ແລະ ສິງກະໂປ ເຫັນດີຍົກລະດັບການພົວພັນ 2 ຝ່າຍຂຶ້ນເປັນ “ຄູ່ຮ່ວມມືຮອບດ້ານມີຄຸນນະພາບສູງ ມຸ່ງໄປເຖິງອະນາຄົດ”.
  ການນຳ ຈີນ ແລະ ສິງກະໂປ (ພາບ: THX)  

ແຈ້ງການກ່ຽວກັບເລື່ອງສຳເລັດການເຈລະຈາສັນຍາການຄ້າເສລີ 2 ຝ່າຍ (FTA) ລະຫວ່າງ ຈີນ ແລະ ສິງກະໂປ ໄດ້ປະກາດໃນວັນທີ 01 ເມສາ. ຖ້າໄດ້ຮັບການລົງນາມ, ນີ້ຈະແມ່ນສັນຍາທີ່ມີລະດັບເປີດປະຕູສູງສຸດຂອງພື້ນຖານເສດຖະກິດຢືນອັນດັບທີ 2 ຂອງໂລກ ນັບແຕ່ກ່ອນມາຮອດປະຈຸບັນ. ແຈ້ງການໄດ້ຍົກອອກມາພາຍຫຼັງທີ່ ຈີນ ແລະ ສິງກະໂປ ເຫັນດີຍົກລະດັບການພົວພັນ 2 ຝ່າຍຂຶ້ນເປັນ “ຄູ່ຮ່ວມມືຮອບດ້ານມີຄຸນນະພາບສູງ ມຸ່ງໄປເຖິງອະນາຄົດ” ໃນການໄປຢ້ຽມຢາມ ຈີນ ຢ່າງເປັນທາງການ ເປັນເວລາ 6 ວັນຂອງທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີິຊຽນຫຼົງ ແຕ່ວັນທີ 27 ມີນາ - 01 ເມສາ.

ສັນຍານີ້ໄດ້ສ້າງຂີດໝາຍເປັນຄັ້ງທຳອິດ ຈີນ ຍົກອອກບັນດາຄຳໝັ້ນສັນຍາເປີດປະຕູຢູ່ທັງຂົງເຂດການບໍລິການ ແລະ ການລົງທຶນ ຕາມວິທີສຳຜັດຂອງບັນຊີລາຍຊື່ຫຍໍ້ທໍ້ ຫຼື ບັນຊີລາຍຊື່ຈຳກັດ, ໃນນັ້ນຊີ້ໃຫ້ເຫັນບັນດາຂະແໜງການທີ່ຖືກຈຳກັດ ຫຼື ຫ້າມການລົງທຶນຈາກຕ່າງປະເທດ ໃນສະພາບຕົວຈິງຂອງ FTA.

 


top