ຂ່າວສານ

ຈີນ ສະເໜີຈັດຕັ້ງກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດ ອາຊຽນ

      ຈີນ ໄດ້ສະເໜີຈັດຕັ້ງກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດ ກັບ 10 ປະເທດ ສະມາຊິກ ອາຊຽນ ໃນເດືອນມິຖຸນາ ຈະມາເຖິງຢູ່ ຈີນ. 
ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ່ (ພາບ:  THX/TTXVN)
      ຈີນ ພວມຄິດໄລ່ຊັ່ງຊາການຈັດຕັ້ງກອງປະຊຸມດັ່ງກ່າວຢູ່ນະຄອນໜຶ່ງ ໂດຍບໍ່ແມ່ນຢູ່ນະຄອນຫຼວງປັກກິ່ງ. ໃນສະພາບການທີ່ ປີ 2021 ແມ່ນປີສະເຫຼີມສະຫຼອງການພົວພັນຄູ່ເຈລະຈາ ອາຊຽນ - ຈີນ ຄົບຮອບ 30 ປີ, ສະນັ້ນ ປັກກິ່ງ ພວມມານະພະຍາຍາມຊຸກຍູ້ການຮ່ວມມືລະຫວ່າງສອງຝ່າຍ. ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ່ ສະແດງຄວາມຫວັງວ່າ ໃນໂອກາດນີ້, ສອງຝ່າຍຈະຈັດເຫດການຫຼາຍຢ່າງ ເພື່ອສະເຫຼີມສະຫຼອງ ແລະ ຍົກລະດັບການພົວພັນລະຫວ່າງ ຈີນ ກັບ ອາຊຽນ. 
(ແຫຼ່ງຄັດຈາກ VOV)


top