ຂ່າວສານ

ຈີນ ສະເໜີ ມາດຕະການຮັກສາສະຖຽນລະພາບດ້ານການເງິນຂອງ ອາຊີ

      ທ່ານນາຍົກລັດຖະມົນຕີຈີນ ຫຼີເຄີສຽນ ຮຽກຮ້ອງໃຫ້ທຸກຝ່າຍປະຕິບັດສຳເລັດຂໍ້ລິເລີ່ມ ຊຽງໃໝ່ - ຂໍ້ຕົກລົງແລກປ່ຽນເງິນຕານານາຊາດ ໄດ້ຮັບການສ້າງຂຶ້ນພາຍຫຼັງວິກິດການດ້ານການເງິນຢູ່ອາຊີ ປີ 1997.
            ວັນທີ 15 ພະຈິກ, ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີສຽນ ໄດ້ສະເໜີຮູບແບບການຮ່ວມມືຫຼາຍຝ່າຍຢ່າງແຂງແຮງກວ່າ ເພື່ອຮັບປະກັນສະຖຽນລະພາບໃນຂົງເຂດການເງິນຂອງ ອາຊີ. ທີ່ກອງປະຊຸມສຸດຍອດ ອາຊຽນ +3 ຄັ້ງທີ 21 ລະຫວ່າງບັນດາປະເທດ ອາຊຽນ ແລະ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ທ່ານນາຍົກລັດຖະມົນຕີຈີນ ຫຼີເຄີສຽນ ຮຽກຮ້ອງໃຫ້ທຸກຝ່າຍປະຕິບັດສຳເລັດຂໍ້ລິເລີ່ມ ຊຽງໃໝ່ - ຂໍ້ຕົກລົງແລກປ່ຽນເງິນຕານານາຊາດ ໄດ້ຮັບການສ້າງຂຶ້ນພາຍຫຼັງວິກິດການດ້ານການເງິນຢູ່ອາຊີ ປີ 1997. ທ່ານຖືວ່າ ບັນດາປະເທດໃນພາກພື້ນ ຄວນສະໜັບສະໜູນບັນດາຄວາມມານະພະຍາຍາມຂອງ ຫ້ອງການຄົ້ນຄ້ວາເສດຖະກິດມະຫາພາກ ອາຊຽນ+3 (AMRO- ໜ່ວຍງານຄົ້ນຄວ້າ ແລະ ຕິດຕາມກວດກາຂອງຂໍ້ລິເລີ່ມ ຊຽງໃໝ່) ເພື່ອປັບປຸງບັນດາກຳລັງຄວາມສາມາດ ໃນການຕິດຕາມກວດກາ ຂອງພື້ນຖານເສດຖະກິດ.
ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຈີນ ກໍ່ໄດ້ສະເໜີຍູ້ໄວບັນດາການເຈລະຈາ ກ່ຽວກັບສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ແລະ ສັນຍາການຄ້າເສລີສາມຝ່າຍ (FTA)  ລະຫວ່າງ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ.
 (ແຫຼ່ງຄັດຈາກ VOV)


top