ຂ່າວສານ

ຈີນ ຢຸດການຊື້ຜະລິດຕະພັນກະເສດ ອາເມລິກາ ຊົ່ວຄາວ

      ວັນທີ 06 ສິງຫາ, ກະຊວງການຄ້າ ຈີນ ປະກາດວ່າ ບັນດາວິສາຫະກິດປະເທດນີ້ ໄດ້ຢຸດການຊື້ຜະລິດຕະພັນກະເສດຂອງ ອາເມລິກາ, ພ້ອມກັນນັ້ນ ປັກກິ່ງ ອາດຈະຈັດວາງອັດຕາພາສີນຳເຂົ້າເພີ່ມເຕີມສຳລັບຜະລິດຕະພັນກະເສດຂອງ ວໍຊິງຕັນ ເຊິ່ງໄດ້ຈອງຊື້ພາຍຫລັງວັນທີ 03 ສິງຫາ. 
            ການກະທຳຂອງ ຈີນ ສະແດງໃຫ້ເຫັນຄວາມເຄັ່ງຕຶງໃໝ່ສຸດໃນສົງຄາມການຄ້າກັບ ອາເມລິກາ ພາຍຫລັງ ວໍຊິງຕັນ ຈັດ ຈີນ ເຂົ້າໃນບັນຊີລາຍຊື່ປະເທດຄອບງຳເງິນຕາຢ່າງເປັນທາງການ ແລະ ກ່າວຫາ ປັກກິ່ງ ເຮັດໃຫ້ສະກຸນເງິນຢວນຕົກຄ່າ ເມື່ອສົງຄາມການຄ້າລະຫວ່າງ 2 ຝ່າຍປີນຂັ້ນໄດ.
 (ແຫຼ່ງຄັດຈາກ VOV)


top