ຂ່າວສານ

ຈີນ ມານະພະຍາຍາມຮັບປະກັນໃຫ້ງານມະຫາກຳກິລາ Olympic ລະດູໜາວ ດຳເນີນໄປດ້ວຍຄວາມປອດໄພ

      ແຕ່ວັນທີ 04 ມັງກອນ, ພາລະກອນ, ອາສາສະໝັກທີ່ເຂົ້າຮ່ວມວຽກງານຈັດຕັ້ງ Olympic ລະດູໜາວ ບໍ່ໄດ້ອອກນອກເຂດໄດ້ກຳນົດຢູ່ໃນເຂດ “ວົງຈອນປິດ” ປະມານ 2-3 ອາທິດ.
ງານມະຫາກຳກິລາ Olympic ລະດູໜາວ ປັກກິງ 2022 ໄດ້ດຳເນີນໃນລະຫວ່າງວັນທີ 04 – 20 ກຸມພາ
(ພາບປະກອບ: AFP/TTXVN)
      ວັນທີ 04 ມັງກອນ, ຈີນ ເລີ່ມຜັນຂະຫຍາຍຍຸດທະສາດ “ວົງຈອນປິດ” ເພື່ອແນໃສ່ຮັບປະກັນໃຫ້ແກ່ງານມະຫາກຳກິລາ Olympic ລະດູໜາວ ປັກກິງ 2022 ໄດ້ດຳເນີນໃນລະຫວ່າງວັນທີ 04 – 20 ກຸມພາ ຈະມາເຖິງນີ້.
        ຕາມນັ້ນແລ້ວ, ແຕ່ວັນທີ 04 ມັງກອນ, ພາລະກອນ, ອາສາສະໝັກທີ່ເຂົ້າຮ່ວມວຽກງານຈັດຕັ້ງ Olympic ລະດູໜາວ ບໍ່ໄດ້ອອກນອກເຂດໄດ້ກຳນົດຢູ່ໃນເຂດ “ວົງຈອນປິດ” ປະມານ 2-3 ອາທິດ. ຄາດວ່າ, ບັນດານັກຂ່າວ ແລະ ນັກກິລາເກືອບ 3.000 ຄົນຈະມານະຄອນຫຼວງ ປັກກິງ ໃນຮອບເວລາ 2-3 ອາທິດຈະມາເຖິງ ແລະ ເຂົາເຈົ້າຈະໄດ້ໄປມາຢູ່ແຕ່ໃນເຂດທີ່ໄດ້ກຳນົດໄວ້ເທົ່ານັ້ນໃນໄລຍະທີ່ຢູ່ ຈີນ. ຜູ້ໃດຢາກເຂົ້າໄປຍັງເຂດດັ່ງກ່າວຕ້ອງໄດ້ສັກວັກຊິນກັນໂຄວິດ-19 ຢ່າງຄົບຖ້ວນ ຫຼື ແຍກຫ່າງເປັນເວລາ 21 ວັນພາຍຫຼັງທີ່ເຂົ້າປະເທດ ຈີນ.
        ຕາມແຜນການ, ເຂດແຂ່ງຂັນຕົ້ນຕໍສ່ວນຫຼາຍແມ່ນຈະຈັດຢູ່ນອກນະຄອນຫຼວງ ປັກກິງ. ແຟນກິລາບໍ່ອະນຸຍາດໃຫ້ເຂົ້າເຂດ “ວົງຈອນປິດ” ໄດ້ເພື່ອຮັບປະກັນໃຫ້ແກ່ນັກກິລາ ແລະ ຄົນອື່ນ.
(ແຫຼ່ງຄັດຈາກ VOV)


top