ຂ່າວສານ

ຈີນ ຜະລິດຢາງວດທໍາອິດ ສາມາດຮັບມືກັບ ໄວຣັດ Covid – 19

      ຈີນ ໄດ້ອອກໃບອະນຸຍາດໃຫ້ ບໍລິສັດການຢາ Hisun ເຈື້ອຈຽງ ຜະລິດຢາງວດທໍາອິດ ທີ່ສາມາດປິ່ນປົ່ວ ເຊື້ອໄວຣັດ ໂຄໂຣນາ ສາຍພັນໃໝ່ (Covid – 19). 

(ພາບປະກອບ: AP)
      ວັນທີ 17 ກຸມພາ, ຈີນ ໄດ້ອອກໃບອະນຸຍາດໃຫ້ ບໍລິສັດການຢາ Hisun ເຈື້ອຈຽງ ຜະລິດຢາງວດທໍາອິດ ທີ່ສາມາດປິ່ນປົ່ວ ເຊື້ອໄວຣັດ ໂຄໂຣນາ ສາຍພັນໃໝ່ (Covid – 19). ຕາມແຈ້ງການຂອງອໍານາດການປົກຄອງແຂວງ ເຈື້ອຈຽງ, ປະເທດ ຈີນ ໃຫ້ຮູ້ວ່າ ໃນໄລຍະເກີດໂລກລະບາດ Covid – 19, ນີ້ແມ່ນຢາຊະນິດທໍາອິດ ຢູ່ ຈີນ ໄດ້ຮັບອະນຸຍາດຢ່າງເປັນທາງການ ເພື່ອນໍາເຂົ້າບັນຊີລາຍຊື່ຢາຊະນິດຕ່າງໆທີ່ໃຊ້ປິ່ນປົວໂລກລະບາດດັ່ງກ່າວ. ຊື່ຂອງຢາຊະນິດນີ້ ເມື່ອກ່ອນນີ້ ເອີ້ນວ່າ Favipiravir ຫຼື Avigan.
 (ແຫຼ່ງຄັດຈາກ VOV)


top