ຂ່າວສານ

ຈີນ ປະ​ກາດ​ເອ​ກະ​ສານ​ຂໍ້​ລິ​ເລີ່ມ​ຄວາມ​ໝັ້ນ​ຄົງ​ທົ່ວ​ໂລກ

ວັນທີ 21 ກຸມພາ, ຈີນ ໄດ້ປະກາດ “ເອກະສານນິຍາມກ່ຽວກັບຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ” ຢ່າງເປັນທາງການຢູ່ເວທີປາໄສ Lanting ກ່ຽວກັບຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ ທີ່ຈັດຂຶ້ນຢູ່ນະຄອນຫຼວງ ປັກກິ່ງ.
   ທ່ານ ກວຽນຢາງ ລັດຖະມົນຕີກະຊວງການຕ່າງປະເທດ ຈີນ (ພາບ: THX/TTXVN)  

ກ່າວຄຳເຫັນທີ່ພິທີໄຂ, ທ່ານ ກວຽນຢາງ ລັດຖະມົນຕີກະຊວງການຕ່າງປະເທດ ຈີນ ເນັ້ນໜັກວ່າ ຈຸດປະສົງຂອງຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ (GSI) ແມ່ນເພື່ອຍົກສູງວິໄສທັດກ່ຽວກັບຄວາມໝັ້ນຄົງລວມ, ຮອບດ້ານ, ຮ່ວມມື ແລະ ຍືນຍົງ; ເດີນຕາມເປົ້າໝາຍຍາວນານ ນັ້ນແມ່ນ ສ້າງປະຊາຄົມຄວາມໝັ້ນຄົງ ແລະ ສະໜັບສະໜູນຕໍ່ໄລຍະທາງໃໝ່ສຳລັບຄວາມໝັ້ນຄົງ ດ້ວຍການເຈລະຈາ ແທນໃຫ້ການສູ້ຢັນກັນ, ຮ່ວມມືແທນໃຫ້ການຮ່ວມສຳພັນທະມິດ ແລະ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ. GSI ເຊີດຊູບົດບາດເປັນໃຈກາງຂອງ ສປຊ ໃນການບໍລິຫານຄວາມໝັ້ນຄົງ, ຊຸກຍູ້ການສົມທົບກັນ ແລະ ການພົວພັນແລກປ່ຽນຢ່າງປອດໃສລະຫວ່າງບັນດາປະເທດໃຫຍ່, ສ້າງເງື່ອນໄຂສະດວກເພື່ອແກ້ໄຂບັນດາບັນຫາຮ້ອນເຮັ່ງໂດຍສັນຕິວິທີ ຜ່ານການເຈລະຈາ, ແກ້ໄຂສິ່ງທ້າທາຍຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່, ພ້ອມທັງປັບປຸງລະບົບ ແລະ ກຳລັງຄວາມສາມາດຄວບຄຸມຄວາມໝັ້ນຄົງທົ່ວໂລກ.

 


top