ຂ່າວສານ

ຈີນ ດັດປັບມາດຕະຖານບົ່ງມະຕິ ແລະ ປິ່ນປົວໂຄວິດ -19

ກະຊວງການຕ່າງປະເທດ ຈີນ ຮຽກຮ້ອງໃຫ້ສະຫະພາບເອີລົບ (ອີຢູ) ຕີລາຄາຢ່າງພາວະວິໄສ ແລະ ຍຸຕິທຳກ່ຽວກັບສະພາບໂລກລະບາດຂອງຈີນ. ກ່າວຄຳເຫັນທີ່ການຖະແຫຼງຂ່າວຢູ່ປັກກິ່ງ
  ສູນປິ່ນປິວພະຍາດແຫ່ງໜຶ່ງຢູ່ຊຽງໄຮ່ຂອງ ຈີນ (ພາບ:/TTXVN)  

ວັນທີ 6 ມັງກອນ, ຄະນະກຳມະການສາທາລະນະສຸກແຫ່ງຊາດ ຈີນ ປະກາດວ່າ ໄດ້ດັດປັບ ບັນດາມາດຕະການຄວບຄຸມ ແລະ ສະກັດກັ້ນໂຄວິດ -19, ເພື່ອແນໃສ່ສ້າງຄວາມສະດວກໃຫ້ແກ່ການຈັດແບ່ງການຄັດກອງ ແລະ ປິ່ນປົວໃຫ້ຜູ້ຕິດໂຄວິດ - 19. ຕາມແຈ້ງການແລ້ວ, ຄະນະກຳມະການສາທາລະນະສຸກແຫ່ງຊາດ ຈະເພີ່ມວິທີກວດວິໄຈ ເພື່ອເປັນມາດຕະຖານບົ່ງມະຕິໃຫ້ຜູ້ຕິດໂຄວິດ -19 ອອກໂຮງໝໍ.

ແລະກໍ່ໃນວັນດຽວກັນ, ກະຊວງການຕ່າງປະເທດ ຈີນ ຮຽກຮ້ອງໃຫ້ສະຫະພາບເອີລົບ (ອີຢູ) ຕີລາຄາຢ່າງພາວະວິໄສ ແລະ ຍຸຕິທຳກ່ຽວກັບສະພາບໂລກລະບາດຂອງຈີນ. ກ່າວຄຳເຫັນທີ່ການຖະແຫຼງຂ່າວຢູ່ປັກກິ່ງ, ໂຄສົກກະຊວງການຕ່າງປະເທດ ຈີນ ເນັ້ນໜັກວ່າບັນດາມາດຕະການປ້ອງກັນໂລກລະບາດເຊິ່ງ ຈີນ ໄດ້ ແລະ ພວມຈັດວາງແມ່ນມີຄວາມວິທະຍາສາດ, ເໝາະສົມ ແລະ ບໍ່ມີຜົນສະທ້ອນເຖິງການພົວພັນປະຊາຊົນ ກໍຄືການຮ່ວມມືລະຫວ່າງປະເທດຕ່າງໆ. ຈີນ ປາດຖະໜາວ່າ ບັນດາປະເທດຕ່າງໆຈະບໍ່ມີການກະທຳຈຳແນກການປະພຶດ.


top