ຂ່າວສານ

ຈີນ ຊົມເຊີຍກົນໄກຮ່ວມມື ອາຊຽນ + 3 ໃນບັ້ນປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19

      ທ່ານ ຕົງຊີຈຽນ ເອກອັກຄະລັດຖະທູດ ຈີນ ປະຈໍາ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຫາກໍຕີລາຄາກ່ຽວກັບກົນໄກຮ່ວມມື ອາຊຽນ + 3 ເຊິ່ງລວມມີບັນດາປະເທດ ອາຊຽນ ພ້ອມກັບ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ. 

 (ພາບປະກອບ: TTXVN)
      ເມື່ອຕອບສໍາພາດນັກຂ່າວສໍານັກຂ່າວສານ ຊິນຮວາ ໃນວັນທີ 13 ເມສາ, ທ່ານເອກອັກຄະລັດຖະທູດ ຕົງຊີຈຽນ ຖືວ່າ ກົນໄກຮ່ວມມື ອາຊຽນ + 3  ໄດ້ເສີມຂະຫຍາຍໄດ້ຢ່າງມີປະສິດທິຜົນສູງ ນັບແຕ່ເມື່ອເກີດໂລກລະບາດໂຄວິດ - 19 ແລະ ເລື່ອງບັນດາປະເທດ ສົມທົບກັນຍົກອອກບັນດາມາດຕະການຮັບມື ໄດ້ສະແດງໃຫ້ເຫັນໄມຕີຈິດມິດຕະພາບ ແລະ ຄວາມສະໜິດສະໜົມຂອງປະເທດບ້ານໃກ້ເຮືອນຄຽງ.
            ໂດຍເຕື້ອງເຖິງກອງປະຊຸມສຸດຍອດ ອາຊຽນ + 3 ເຊິ່ງຫວຽດນາມເປັນເຈົ້າພາບຈັດຕັ້ງຜ່ານຮູບແບບປະຊຸມອອນລາຍນັ້ນ, ທ່ານເອກອັກຄະລັດຖະທູດ ຕົງຊີຈຽນ ຕີລາຄາວ່າ ນີ້ແມ່ນກອງປະຊຸມການນໍາບັນດາປະເທດ ອາຊຽນ + 3 ທໍາອິດ ປຶກສາຫາລືກ່ຽວກັບວິທີການຮັບມືຂອງພາກພື້ນ ອາຊີຕາເວັນອອກ ຕໍ່ໜ້າສະພາບການຂອງໂລກລະບາດ ແລະ ກໍແມ່ນກອງປະຊຸມພິເສດທໍາອິດລະຫວ່າງການນໍາບັນດາປະເທດ ອາຊຽນ + 3 ນັບແຕ່ເມື່ອກົນໄກຮ່ວມມືນີ້ໄດ້ຕັ້ງຂຶ້ນເປັນຮູບປະທໍາ.
 (ແຫຼ່ງຄັດຈາກ VOV)


top