ຂ່າວສານ

ຈີນ ຊຸກຍູ້ການພົວພັນສາກົນໃນປີ 2018

      ນອກຈາກນັ້ນ, ຕາມທ່ານ ຫວາງອີ ແລ້ວ, ຈີນ ຈະພັດທະນາການພົວພັນຢ່າງມີສະຖຽນລະພາບ ແລະ ຄວາມດຸ່ນດ່ຽງກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືກັບບັນດາປະເທດພວມພັດທະນາ.

ທ່ານ ຫວາງອີ, ລັດຖະມົນຕີກະຊວງການຕ່າງປະເທດ ຈີນ
      ທ່ານ ຫວາງອີ, ລັດຖະມົນຕີກະຊວງການຕ່າງປະເທດ ຈີນ ຢັ້ງຢືນວ່າ ປະເທດນີ້ຈະຮັກສາການພົວພັນຄູ່ຮ່ວມມືຍຸດທະສາດຂັ້ນສູງກັບ ລັດເຊຍ ໃນປີ 2018 ພ້ອມທັງຊຸກຍູ້ການພົວພັນມີລັກສະນະກໍ່ສ້າງກັບ ອາເມລິກາ. ກ່າວຄຳເຫັນຜ່ານຊ່ອງໂທລະພາບ CGTN ໃນວັນທີ 25 ທັນວາ, ທ່ານລັດຖະມົນຕີການຕ່າງປະເທດ ຫວາງອີ ໄດ້ຊີ້ແຈ້ງວ່າ: “ຈີນ ຈະຊຸກຍູ້ການພັດທະນາປອດໄສໃນການພົວພັນຈີນ - ອາເມລິກາ, ຮັກສາການພົວພັນຮ່ວມມືຍຸດທະສາດຂັ້ນສູງລະຫວ່າງ ຈີນ ກັບ ລັດເຊຍ ແລະ ປັບປຸງກຳລັງໜູນອັນດີງາມຂອງການພົວພັນ ຈີນ ກັບ ສະຫະພາບ ເອີລົບ (ອີຢູ)”.
        ນອກຈາກນັ້ນ, ຕາມທ່ານ ຫວາງອີ ແລ້ວ, ຈີນ ຈະພັດທະນາການພົວພັນຢ່າງມີສະຖຽນລະພາບ ແລະ ຄວາມດຸ່ນດ່ຽງກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືກັບບັນດາປະເທດພວມພັດທະນາ. ຄຽງຄູ່ກັນນັ້ນ, ທ່ານ ຫວາງອີ ກໍ່ໃສ່ໃຈວ່າ ປະເທດນີ້ຈະຊອກຫາວິທີເຂົ້າຮ່ວມໃນການຄຸ້ມຄອງທົ່ວໂລກຢ່າງເຂັ້ມແຂງ, ມຸ່ງໄປເຖິງຄວາມດຸ່ນດ່ຽງຮອບດ້ານ ແລະ ມີຜົນປະໂຫຍດກ່ວາ, ພ້ອມທັງເນັ້ນໜັກວ່າ ຈະມານະພະຍາຍາມກ່ວາອີກ ເພື່ອແນໃສ່ແກ້ໄຂບັນດາບັນຫາສາກົນທີ່ຮີບດ່ວນທີ່ສຸດ, ຄືສະພາບການໃນແຫຼມ ເກົາຫຼີ ຫຼື ອາບການິດສະຖານ.
 (ແຫຼ່ງຄັດຈາກ VOV)

top