ຂ່າວສານ ຈີນ ຈັດວາງອັດຕາພາສີນຳເຂົ້າສຳລັບຜະລິດຕະພັນ 128 ຊະນິດຂອງ ອາເມລິກາ 03/04/2018 ວັນທີ 01 ເມສາ, ກະຊວງການຄ້າ ຈີນ ປະກາດວ່າ ປະເທດນີ້ ຈະຈັດວາງອັດຕາພາສີນຳເຂົ້າສຳລັບຜະລິດຕະພັນ128 ຊະນິດຂອງ ອາເມລິກາ, ຊຶ່ງເລີ່ມຕົ້ນແຕ່ວັນທີ 02 ເມສາ, ເພື່ອແນໃສ່ໂຕ້ຕອບເລື່ອງຫວ່າງແລ້ວນີ້ ທີ່ອາເມລິກາ ໄດ້ຈັດວາງບັນດາຮົ້ວກີດຂວາງດ້ານການຄ້າ. ຜະລິດຕະພັນ 120 ຊະນິດຈະຖືກເກັບພາສີດ້ວຍອັດຕາ 15%, ໃນຂະນະນັ້ນ ຜະລິດຕະພັນ 8 ຊະນິດທີ່ຍັງເຫຼືອຈະຖືກເກັບພາສີ 25%. ກ່ອນໜ້ານັ້ນ, ໃນເດືອນ ມີນາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເຊັນລັດຖະດຳລັດຈັດວາງອັດຕາພາສີນຳເຂົ້າສຳລັບເຫຼັກກ້າແມ່ນ 25% ແລະ ອາລູມີນຽມແມ່ນ 10%. ຫລັງຈາກນັ້ນ ແມ່ນບົດບັນທຶກຊ່ວຍຈຳຈັດວາງບັນດາບ້ວງເງິນເສຍພາສີເພີ່ມເຕີມທີ່ມີມູນຄ່າ 60 ຕື້ USD ສຳລັບ ຈີນ ດ້ວຍຄຳກ່າວຫາ ປັກກີ່ງ ລັກເອົາສິດຊັບສິນທາງປັນຍາ. (ແຫຼ່ງຄັດຈາກ VOV)

ວັນທີ 01 ເມສາ, ກະຊວງການຄ້າ ຈີນ ປະກາດວ່າ ປະເທດນີ້ ຈະຈັດວາງອັດຕາພາສີນຳເຂົ້າສຳລັບຜະລິດຕະພັນ128 ຊະນິດຂອງ ອາເມລິກາ, ຊຶ່ງເລີ່ມຕົ້ນແຕ່ວັນທີ 02 ເມສາ, ເພື່ອແນໃສ່ໂຕ້ຕອບເລື່ອງຫວ່າງແລ້ວນີ້ ທີ່ອາເມລິກາ ໄດ້ຈັດວາງບັນດາຮົ້ວກີດຂວາງດ້ານການຄ້າ. ຜະລິດຕະພັນ 120 ຊະນິດຈະຖືກເກັບພາສີດ້ວຍອັດຕາ 15%, ໃນຂະນະນັ້ນ ຜະລິດຕະພັນ 8 ຊະນິດທີ່ຍັງເຫຼືອຈະຖືກເກັບພາສີ 25%. ກ່ອນໜ້ານັ້ນ, ໃນເດືອນ ມີນາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເຊັນລັດຖະດຳລັດຈັດວາງອັດຕາພາສີນຳເຂົ້າສຳລັບເຫຼັກກ້າແມ່ນ 25% ແລະ ອາລູມີນຽມແມ່ນ 10%. ຫລັງຈາກນັ້ນ ແມ່ນບົດບັນທຶກຊ່ວຍຈຳຈັດວາງບັນດາບ້ວງເງິນເສຍພາສີເພີ່ມເຕີມທີ່ມີມູນຄ່າ 60 ຕື້ USD ສຳລັບ ຈີນ ດ້ວຍຄຳກ່າວຫາ ປັກກີ່ງ ລັກເອົາສິດຊັບສິນທາງປັນຍາ. (ແຫຼ່ງຄັດຈາກ VOV)