ຂ່າວສານ

ຈິນຕະນາການທີ່ມີຫົວຄິດປະດິດສ້າງ,ວິໄສທັດຍຸດທະສາດຂອງອະດີດເລຂາທິການໃຫຍ່ເລຢວນກັບການປະຕິວັດຫວຽດນາມ


ທ່ານ​ປະ​ເທດ​ປະ​ເທດ ເຈີນ​ດ້າຍກວາງ
(ພາບ: dangcongsan.vn)
      ຈິນ​ຕະ​ນາ​ການ​ທີ່​ມີ​ຫົວ​ຄິດ​ປະ​ດິ​ດ​ສ້າງ, ວິ​ໄສ​ທັດ​ຍຸດ​ທະ​ສາດ​ຂອງ​ທ່ານອະ​ດີ​ດ​ເລ​ຂາ​ທິ​ການ​ໃຫຍ່​ເລ​ຢວນ ​ກັບ​ການ​ປະ​ຕິ​ວັດ​ຫວຽດ​ນາມ. ນີ້​ແມ່ນ​ຫົວ​ຂໍ້​​ບົດ​ຂຽນ​ຂອງ​ທ່ານ​ປະ​ເທດ​ປະ​ເທດ ເຈີນ​ດ້າຍກວາງ, ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີ​ມ​ສະ​ຫຼອງ 110 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ທ່ານ​ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່ ເລ​ຢວນ (07/04/1907 – 07/04/2017). ໃນ​ບົດ​ຂຽນ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍ​ກວາງ ຊີ້​ແຈ້ງວ່າ: ໃນ​ໄລ​ຍະ​ເກື​ອບ 60 ປີ​ແຫ່ງ​ການ​ເຄື່ອນ​ໄຫວ​ຢ່າງ​ລຽນ​ຕິດ, ໄດ້​ຮັບ​ການ​ຫຼໍ່​ຫຼອງ​ໃນ​ພຶດ​ຕິ​ກຳ​ຕົວ​ຈິງ​​ແຫ່ງການ​ປະ​ຕິ​ວັດ​ຢູ່​ທັງ 3 ພາກ​ຂອງ​ປະ​ເທດ, ດ້ວຍຈິນ​ຕະ​ນາ​ການ​ທີ່​ມີ​ຫົວ​ຄິດ​ປະ​ດິ​ດ​ສ້າງ, ວິ​ໄສ​ທັດ​ມອງກວ້າງ​ເຫັນ​ໄກ​ພິ​ເສດ​ທ​ີ່​ສຸດ, ຕິດ​ພັນ​ກັບ​ການ​ສະ​ຫຼຸບ​ພຶດ​ຕິ​ກຳ​ຕົວ​ຈິງ​ຢ່າງ​ແໜ້ນ​ແຟ້ນ, ທ່ານ​ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່ ເລ​ຢວນ ໄດ້​້​ພ້ອ​ມ​ກັບ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ນຳ​ໜ້າ​​ແມ່ນ​ທ່ານ​ປະ​ທານ ໂຮ່​ຈິ​ມິ​ນ, ໄດ້​ໝູນ​ໃຊ້, ພັດ​ທະ​ນາ​ລັດ​ທິ ມາກ - ເລ​ນີນ ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ. ພ້ອມ​ກັນ​ນັ້ນ, ການ​ສ້າງ ແລະ ​ນຳ​ໃຊ້ນຳ​ພາ​ການ​ປະ​ຕິ​ບັດ​ແນວ​ທາງ, ຍຸດ​ທະ​ສາດ​​​ການ​ປະ​ຕິ​ວັດ ຢ່າງຖື​ກ​ຕ້ອງ​ ແລະ ມີ​ໄຊ, ໄດ້​ປະ​ກອບ​ສ່ວນ​ເຮັດ​ໃຫ້​ທິດ​ສະ​ດີ​ຂອງ​ການ​ປະ​ຕ​ິ​ວັດ​ຫວຽດ​ນາມ ອຸ​ດົມ​ສົມ​ບູນ, ໄດ້​ສ້າງ​ໜ້າປະ​ຫວັດ​ສາດ​ອັນ​ສະ​ຫງ່າ​ລາ​ສີ​ພິ​ລະ​ອາດ​ຫານໃນ​ປະ​​ຫວັດ​ສາດ​ແຫ່ງ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ຂອງ​ຫວຽດ​ນາມ ນັບ​ພັນ​ປີ​, ນຳ​ປະ​ເທດ​ຫວຽດ​ນາມ ກ້າວ​ເຂົ້າ​ສູ່​ສັງ​ກາດ​ເອ​ກະ​ລາດ, ເສ​ລີພາບ ແລະ ລັດ​ທິ​ສັງ​ຄົມ​ນິ​ຍົມ…
        ໃນ​ບົດ​ຂຽນ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ຢືນ​ຢັນ​ວ່າ: ພາຍ​ຫຼັງ​ໄລ​ຍະ 30 ປີ​ແຫ່ງ​ການ​ປະ​ຕິ​ບັດ​ພາ​ລະ​ກິດ​ປ່ຽນ​ແປງ​​ໃໝ່ປະ​ເທດ​ຊາດ​ຢ່າງ​ຮອບ​ດ້ານ, ການ​ປະ​ຕິ​ວັດ​ຫວຽດ​ນາມ ຍາດ​ໄດ້​ບັນ​ດາ​ຜົນ​ງານ​ອັນ​ໃຫຍ່​ຫຼວງ, ມີ​ຄວາມ​ໝາຍ​ປະ​ຫວັດ​ສາດ. ພຶດ​ຕິ​ກຳ​ຕົວ​ຈິງ​ໄດ້​ຢືນ​ຢັນ​ວ່າ ແນ​ວ​ທາງ​ການ​ປ່ຽນ​ແປງ​ໃໝ່​ຂອງ​ພັກ​ກອ​ມ​ມູ​ນິດ​ຫວຽດ​ນາມ ແມ່ນ​ຖືກ​ຕ້ອງ, ສືບ​ທອດ, ເສີມ​ຂະ​ຫຍາຍ​ບັນ​ດ​ບາບົດ​ຮຽນ​ໃນ​ການ​ຊີ້​ນຳ​ນຳ​ພາ​ກ​ານ​ປະ​ຕິ​ວັດຂອງ​ການ​ນຳ​ລຸ້ນ​ກ່ອນໆ. ໃນ​ສະ​ພາບ​ຄື​ປະ​ຈຸ​ບັນ​, ຈິນ​ຕະ​ນາ​ການ​​ທີ່ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ວິ​ໄສ​ທັດ​ຍຸດ​ທະ​ສາດ​ຂອງ​ທ່ານ​ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່ ເລຢວນ ຍັງ​​ຮັກ​ສາ​ໄດ້​ຄຸນ​ຄ່າ​ນັບ​ທັງ​ທາງ​ດ້ານ​ທິດ​ສະ​ດີ ແລະ ພຶດ​ຕິ​ກຳ​ຕົວ​ຈິງ​​ແມ່ນ​ການ​ກຳ​ນົດ​ທິດຢ່າງ​ຖືກ​ຕ້ອງ​ ໃຫ້ແກ່ການ​ວາງ​ແຜນ ແລ​ະ ຊີ້​ນຳ​ນຳ​ພາ​ການ​ປະ​ຕິ​ບັດ​ແນວ​ທາງ​ປ່ຽນ​ແປງ​ໃໝ່​ຂອງ​ພັກ ໃນ​ໄລ​ຍະ​ການ​ປະ​ຕິ​ວັດໃໝ່​ຢ່າງ​ມີ​ໄຊ.
(ແຫຼ່ງຄັດຈາກ VOV)
 

top