ສິລະປະ

ຈິດຕະກໍາ mosaic ທ່ີສ້າງສັນ

Toong Teng Ceramic ຢູ່ຖະໜົນ ຫຼີວັນດຶກ, ເມືອງ 1, ນະ ຄອນ ໂຮ່ຈີມິນ ເປັນທີ່ຢູ່ທີ່ຄຸ້ນເຄີຍຂອງໄວໜຸ່ມໄຊງ່ອນ ໃນທຸກໆທ້າຍອາທິດ ເພື່ອມາສຳພັດປະສົບການ ປະກອບຮູບພາບ mosaic (ຮູບ ໂມເສກ) ເພື່ອຝຶກຄວາມອົດທົນ ແລະ ຄວາມພິຖີພິຖັນ ຂອງຕົນ.

ການສ້າງງານ ສິລະປະ Mosaic ແຜ່ນໜຶ່ງ, ຮຽກຮ້ອງໃຫ້ນາຍຊ່າງຕ້ອງ​ມີ​ຄວາມ​ອົດທົນ ​ພ້ອມ​ທັງ​ຈິນຕະນາການ​ທີ່​ອຸດົມ ສົມ ບູນ ​ເພື່ອເຮັດແນວໃດສາມາດ​ປະກອບ​ບັນດາ​ແຜ່ນຕໍ່ນັ້ນ ໃຫ້ກາຍເປັນຮູບພາບແຜ່ນໜຶ່ງ​ ທີ່​ມີ​ສີສັນ​ພິ​ເສດ ​ແລະ ຜ່ານ​ສີມືທີ່ ຊໍານານ​ຂອງ​ນາຍຊ່າງ ເຊິ່ງເຮັດໃຫ້ຜົນງານການປະດິດແຕ່ງ​ໂດດເດັ່ນ​ຂຶ້ນ.

ສໍາລັບຄົນໜຸ່ມສາວ, ສິລະປະ mosaic ຄ່ອຍໆ ກາຍເປັນໜຶ່ງໃນບັນດາປະເພດ ຄວາມບັນເທີງທີ່ມີລັກສະນະຫົວຄິດປະດິດສ້າງ ແລະ ມີຄວາມໝາຍ, ເຂົາເຈົ້າເລືອກເພື່ອປະສົບການ ໃນໄລຍະຜ່ານມາ. ທ່ານ ຮ່າ​ຕຸກດ້າວ, ຜູ້​ສ້າງຕັ້ງ​ Toong Teng Ceramic ​ໃຫ້ຮູ້ວ່າ: “ຂ້າພະ​ເຈົ້າ​ມີ​ຄວາມ​ຫຼົງໄຫຼ​ກັບງານສິລະປະ Mosaic ມາ​ແຕ່​ດົນ​ນານ ​ແລະ ຢາກ​ສ້າງ​ສະຖານທີ່ໜຶ່ງ​ເພື່ອ​ໃຫ້​ຄົນໜຸ່ມ​ສາວ ມາ​ຮຽນ​ຮູ້​, ຫາປະສົບການ, ສ້າງຄວາມ​ອົດ​ທົນ ແລະ ຄວາມພິຖີພິຖັນ. ບາງຄັ້ງກໍ່ຄົ້ນພົບທ່າແຮງ ໃນຕົວເອງ”.

  ການຜະລິດຮູບ Mosaic ທີ່ Toong Teng Ceramic. ພາບ: ທົງຫາຍ/ VNP  

ທ່ານ ຮ່າ​ຕຸກດ້າວ, ຜູ້​ສ້າງຕັ້ງ​ Toong Teng Ceramicແນະ​ນຳ​ນັກ​ຮຽນ​ເຮັດ​ຮູບ​ Mosaic. ພາບ: ທົງຫາຍ/VNP

ວັດສະດຸເພື່ອສ້າງຮູບmosaic ແມ່ນມີຄວາມຫຼາກຫຼາຍຫຼາຍ, ລວມທັງວັດສະດຸຈໍານວນຫຼາຍເຊັ່ນ: ເຄື່ອງປັ້ນດິນເຜົາ, ແກ້ວ ...ພາບ: ທົງຫາຍ/VNP

ມືໃໝ່ທີ່ຮຽນແຕ້ມສາມາດແຕ້ມຮູບທີ່ເຂົາເຈົ້າມັກຢູ່ໃນໂທລະສັບໄດ້. ພາບ: ທົງຫາຍ/VNP

ແຕ້ມຮູບຮ່າງທີ່ທ່ານມັກຢູ່ເທິງກອບກ່ອນ mosaic.ພາບ: ທົງຫາຍ/VNP

ຫຼັງຈາກນັ້ນ, ຊອກຫາອຸປະກອນທີ່ເໝາະສົມເພື່ອປະກອບຮູບ mosaic.ພາບ: ທົງຫາຍ/VNP

ການປະກອບຊິ້ນສ່ວນແກ້ວທີ່ມີສີສັນໃສ່ໃນກອບ ຮຽກຮ້ອງໃຫ້ມີຄວາມລະມັດລະວັງ ແລະ ຄວາມອົດທົນ. ພາບ: ທົງຫາຍ/VNP

 ຊາວໜູ່ມມັກສ້າງຮູບ mosaic ຕາມໃຈມັກຂອງຕົນເອງ. ພາບ: ທົງຫາຍ/VNP

ທ່ານ ຮ່າ​ຕຸກ​ດ້າວ ຍັງ​ໃຫ້​ຮູ້​ຕື່ມ​ວ່າ ຮຽນ​ປະກອບຮູບ Mosaic ຄວນ​ເລີ່ມ​ຕົ້ນ​ດ້ວຍ​ແນວ​ຄວາມ​ຄິດທີ່​ງ່າຍໆ, ມີ​ລາຍ​ລະ​ອຽດ​ໜ້ອຍ, ສຸມ​ໃສ່​ໃນລາຍ​ລະ​ອຽດ​ຫຼັກ​ ເພື່ອ​ໃຫ້​ຂັ້ນຕອນຕໍ່​ມາ​ໄດ້​ງ່າຍ​ຂຶ້ນ. ຫຼັງຈາກນັ້ນ, ເລືອກກອບທີ່ເໝາະສົມ, ວາດຈຸດພື້ນຖານຂອງແນວຄວາມຄິດ ໃສ່ກອບ, ທ່ານ ຄວນໃຊ້ແນວຄວາມຄິດ ສໍາລັບຕົວທ່ານເອງ ທີ່ຈະແຕ້ມໃນກອບ. ເລືອກສີທີ່ເໝາະສົມ ເພື່ອປະກອບຕາມຮ່າງທີ່ທ່ານໄດ້ແຕ້ມຢູ່ໃນກອບ. ວັດ​ສະ​ດຸໄດ້ນຳໃຊ້ເພື່ອຜະລິດຮູບ mosaic ແມ່ນ​ ມີຢ່າງ ຫຼາກຫຼາຍ​ເຊັ່ນ: ດິນເຜົາ, ແກ້ວ, ເປືອກຫອຍ... ຕາມ​ປົກ​ກະ​ຕິ, ການສ້າງຮູບ mosaic ແຜ່ນໜຶ່ງ​ຈະ​ໃຊ້​ເວ​ລາ​ປະ​ມານ 3 ຊົ່ວ​ໂມງ​, ຈຸດ​ເດັ່ນ​ແມ່ນບັນດາສີສັນ ທີ່​​ເປັນ​ສ່ວນ​ບຸກ​ຄົນ.

ນາງ ເຟືອງຖ໋າວ, ເມືອງ ບິ່ງແທກ ໃຫ້ຮູ້ວ່າ: “ນັບແຕ່ຮູ້ຈັກຮູບMosaic ນີ້, ຂ້າພະເຈົ້າຮູ້ສຶກວ່າ ນິໄສສະຫງົບລົງ, ຄວາມອົດ ທົນສູງຂຶ້ນ, ເຮັດໃຫ້ຂ້າພະເຈົ້າ ມີຄວາມະມັດລະວັງໃນວຽກງານ ກໍ່ຄືຊີວິດ. ໃນ​ຊ່ວງ​ເວ​ລາ​ທີ່​ຫຍຸ້ງ​ຍາກ​ໃນ​ການ​ເຮັດ​ວຽກ ກໍ່ຄືຊີວິດ, ຂ້າ​ພະ​ເຈົ້າ​ໄດ້ອອກໄປຫາການ​ສ້າງພາບ Mosaic.

ຜົນງານການປະດິດແຕ່ງ ທີ່ເປັນເອກະລັກຂອງ mosaic ຖືກວາງ ສະແດງຢູ່ ສະຕູດິໂອ Toong Teng Ceramic. ພາບ: ທົງຫາຍ/ VNP
ຜົນງານການປະດິດແຕ່ງ ທີ່ເປັນເອກະລັກຂອງ mosaic ຖືກວາງ ສະແດງຢູ່ ສະຕູດິໂອ Toong Teng Ceramic. ພາບ: ທົງຫາຍ/ VNP

 



top