ຂ່າວສານ

ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ໄປ​ຍັງ​ເຫ້ວ​ເພີ່ມ​ຂຶ້ນ​ກ່​ວາ 71%

ຈຳນວນແຂກທ່ອງທ່ຽວພັກອາໄສຢູ່ເຫ້ວ ໃນ 7 ເດືອນຜ່ານມາບັນລຸເກືອບ 1,5 ລ້ານເທື່ອຄົນ, ເພີ່ມຂຶ້ນກ່ວາ 23%ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍນີ້.
  ພາບປະກອບ: VOV   
ໃນ 7 ເດືອນຕົ້ນປີນີ້, ນະຄອນເຫ້ວ ໄດ້ຕ້ອນຮັບແຂກທ່ອງທ່ຽວກ່ວາ 4 ລ້ານຄົນເພີ່ມຂຶ້ນ 71% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍນີ້, ໃນນັ້ນແຂກທ່ອງທ່ຽວສາກົນ ກວມເອົາກ່ວາ 1,2 ລ້ານເທື່ອຄົນ. ຈຳນວນແຂກທ່ອງທ່ຽວພັກອາໄສຢູ່ເຫ້ວ ໃນ 7 ເດືອນຜ່ານມາບັນລຸເກືອບ 1,5 ລ້ານເທື່ອຄົນ, ເພີ່ມຂຶ້ນກ່ວາ 23%ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍນີ້. ມີການເຕີບໂຕທີ່ເປັນໜ້າປະທັບໃຈນີ້ຍ້ອນບັນດາເຫດການວັດທະນະທຳ, ວັນບຸນທີ່ມີຂອບຂະໜາດໃຫຍ່ທີ່ໄດ້ຈັດຂຶ້ນເປັນປະຈຳ, ພິເສດແມ່ນ Festival ເຫ້ວ ແລະ ບັນດາການເຄື່ອນໄຫວໃນຂອບເຂດປີທ່ອງທ່ຽວແຫ່ງຊາດ 2025 ໂດຍເຫ້ວເປັນເຈົ້າພາບຈັດຂຶ້ນ. ທ່ານ ຫງວຽນແທັງບິ່ງ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນ ນະຄອນເຫ້ວ ໃຫ້ຮູ້ວ່າ ນະຄອນພວມຍູ້ແຮງການໂຄສະນາພາບພົດ, ພັດທະນາບັນດາຜະລິດຕະພັນທ່ອງທ່ຽວໃໝ່, ໝູນໃຊ້ທ່າໄດ້ປຽບຂອງມໍລະດົກສົມທົບກັບປັດໄຈທັນສະໄໝເພື່ອແນໃສ່ດຶງດູດມູນຄ່າການໃຊ້ຈ່າຍຂອງແຂກທ່ອງທ່ຽວເພີ່ມຂຶ້ນ ແລະ ມຸ່ງໄປເຖິງການພັດທະນາການທ່ອງທ່ຽວແບບຍືນຍົງ.

top