ຂ່າວສານ

ຈຳ​ນວນ​ຜູ້​ຕິດ​ເຊື່ອ​ໂຄວິດ - 19 ໃໝ່​ສືບ​ຕໍ່ຫຼຸດ​ລົງ​ຢ່າງ​ແຮງ, ບໍ່​ມີ​ຜູ້​ເສຍ​ຊີ​ວິດ

ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ - 19 ລວມທັງໝົດ 10.738.161 ຄົນ, ໃນນັ້ນມີ ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 9.611.400 ຄົນ ແລະ ມີຜູ້ເສຍຊີວິດ 43.083 ຄົນ.
  ສັກວັກຊິນກັນໂຄວິດ - 19 (ພາບ: TTXVN)  

ວັນທີ 20 ມິຖຸນາ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ນັບແຕ່ເວລາ 16 ໂມງຂອງວັນີ 19 ມິຖຸນາ ຫາເວລາ 16 ໂມງຂອງວັນທີ 20 ມິຖຸນາ, ຫວຽດນາມມີຜູ້ຕິດເຊື້ອໃໝ່ຕື່ມອີກ 521 ຄົນ, ໃນນັ້ນມີຜູ້ເຂົ້າເມືອງ 1 ຄົນ. ໃນວັນທີ 20 ມິຖຸນາ ຫວຽດນາມ ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 9.770ຄົນ ແລະ ບໍ່ມີຜູ້ໃດເສຍຊີວິດ.

ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ - 19 ລວມທັງໝົ້ດ 10.738.161 ຄົນ, ໃນນັ້ນມີ ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 9.611.400 ຄົນ ແລະ ມີຜູ້ເສຍຊີວິດ 43.083 ຄົນ.


top