ຂ່າວສານ

ຈຳ​ນວນ​ປະ​ຊາ​ກອນ EU ບັນ​ລຸ​ລະ​ດັບ​ສະ​ຖິ​ຕິ ຍ້ອນ​ກະ​ແສ​ຊາວ​ອົບ​ພະ​ຍົບ​ເພີ່ມ​ຂຶ້ນ​ຢ່າງ​ແຮງ

ລະດັບການເພີ່ມຂຶ້ນດັ່ງກ່າວສ່ວນໃຫຍ່ແມ່ນມາຈາກກະແສຄົນອົບພະຍົບ, ອີກຄັ້ງໜຶ່ງໄດ້ຊ່ວຍທົດແທນໃຫ້ແກ່ສະພາວະຈຳນວນປະຊາຊົນຖືກຫຼຸດລົງຕາມທຳມະຊາດເປັນ 4 ປີຢ່າງລຽນຕິດ.

ຕາມຕົວເລກໂດຍອົງການສະຖິຕິ Eurostat ປະກາດໃນວັນທີ 11 ກໍລະກົດ, ຈຳນວນປະຊາກອນຂອງ ສະຫະພາບເອີຣົບ (EU) ບັນລຸໄດ້ລະດັບສູງສະຖິຕິ 450,4 ລ້ານຄົນ ໃນປີ 2024. ລະດັບການເພີ່ມຂຶ້ນດັ່ງກ່າວສ່ວນໃຫຍ່ແມ່ນມາຈາກກະແສຊາວອົບພະຍົບ, ອີກຄັ້ງໜຶ່ງໄດ້ຊ່ວຍທົດແທນໃຫ້ແກ່ສະພາວະຈຳນວນປະຊາກອນຖືກຫຼຸດລົງຕາມທຳມະຊາດເປັນ 4 ປີຢ່າງລຽນຕິດ.

        ເຢຍລະມັນ, ຝລັ່ງ ແລະ ອີຕາລີ ສືບຕໍ່ແມ່ນ 3 ປະເທດທີ່ມີຈຳນວນປະຊາກອນຫຼາຍທີ່ສຸດໃນກຸ່ມ, ເຊິ່ງກວມເອົາເກືອບ 50% ຈຳນວນປະຊາກອນທັງໝົດໃນ EU. ໃນຂະນະນັ້ນ, 19 ໃນຈຳນວນ 27 ປະເທດສະມາຊິກ ຮັບຮູ້ຈຳນວນປະຊາກອນມີການເພີ່ມຂຶ້ນໃນປີ 2024, ສ່ວນ 8 ປະເທດຍັງເຫຼືອສືບຕໍ່ມີທ່າອ່ຽງຫຼຸດລົງ. Eurostat ໃຫ້ຂໍ້ສັງເກດວ່າ ເລື່ອງປະຊາກອນເພີ່ມຂຶ້ນຫວ່າງມໍ່ໆມານີ້ ສ່ວນຫຼາຍແມ່ນມາຈາກຈຳນວນຊາວອົບພະຍົບເພີ່ມຂຶ້ນຄືນໃໝ່ຢ່າງແຮງ ພາຍຫຼັງໂລກລະບາດ ໂຄວິດ - 19.


top