ຂ່າວສານ

ຈຳ​ນວນວິ​ສາ​ຫະ​ກິດ​ເຂົ້າ​ຮ່ວມ​ຕະຫຼາດ​ເພີ່ມ​ຂຶ້​ນ​ຢ່າງ​ກະ​ໂດດ​ຂັ້ນ ພາຍຫຼັງ​ມະ​ຕິ​ເລກ​ທີ 68

ຈຳນວນວິສາຫະກິດໄດ້ຮັບການສ້າງຕັ້ງໃໝ່ໃນເດືອນມິຖຸນາ ບັນລຸລະດັບສະຖິຕິແມ່ນ ກ່ວາ 24.000 ແຫ່ງ, ສູງກ່ວາລະດັບປານກາງປະມານ 15.000ແຫ່ງໃນໄລຍະກ່ອນ.
ການຖະແຫຼງຂ່າວໄຕມາດທີ 2 ຂອງກະຊວງການເງິນ (ພາບ: vietnamfinance.vn)

ຄວາມໄວ້ເນື້ອເຊື່ອໃຈໃນການດຳເນີນທຸລະກິດໄດ້ຮັບການປັບປຸງຢ່າງແຮງ, ວິສາຫະກິດເຂົ້າຮ່ວມຕະຫຼາດໄດ້ເພີ່ມຂຶ້ນຢ່າງກະໂດດຂັ້ນນັບທັງດ້ານຈຳນວນ ແລະ ຂອບຂະໜາດພາຍຫຼັງມະຕິເລກທີ 68 ກ່ຽວກັບການພັດທະນາເສດຖະກິດເອກະຊົນໄດ້ລົງນາມ. ນີ້ແມ່ນຂໍ້ມູນທີ່ໄດ້ຮັບການແບ່ງປັນທີ່ການຖະແຫຼງຂ່າວໄຕມາດທີ 2 ຂອງກະຊວງການເງິນ ເຊິ່ງໄດ້ຈັດຂຶ້ນໃນຕອນບ່າຍວັນທີ 2 ກໍລະກົດ ຢູ່ ຮ່າໂນ້ຍ. ລະອຽດແມ່ນ, ຈຳນວນວິສາຫະກິດໄດ້ຮັບການສ້າງຕັ້ງໃໝ່ໃນເດືອນມິຖຸນາ ບັນລຸລະດັບສະຖິຕິແມ່ນ ກ່ວາ 24.000 ແຫ່ງ, ສູງກ່ວາລະດັບປານກາງປະມານ 15.000ແຫ່ງໃນໄລຍະກ່ອນ. ໄລ່ລວມໄລຍະ 2021 – 2024, ຈຳນວນວິສາຫະກິດສ້າງຕັ້ງໃໝ່ຕາມເດືອນ ມີລະດັບເພີ່ມຂຶ້ນທົບ 2 ເທົ່າ. ທ່ານນາງ ຈິງທິເຮືອງ, ຮອງຫົວໜ້າກົມພັດທະນາວິສາຫະກິດເອກະຊົນ ແລະ ເສດຖະກິດລວມໝູ່ ຂຶ້ນກັບກະຊວງການເງິນ ໃຫ້ຮູ້ວ່າ:

ນີ້ແມ່ນຄັ້ງທຳອິດທີ່ຈຳນວນວິສາຫະກິດທັງໝົດເຂົ້າຮ່ວມຕະຫຼາດ ແລະ ເຂົ້າຮ່ວມຄືນໃໝ່ເພີ່ມຂຶ້ນທົບ 1 ຫາ 2 ເທົ່າເມື່ອທຽບໃສ່ກັບວິສາຫະກິດທີ່ຖອນຕົວ ໂດຍສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຂອງປະຊາຄົມວິສາຫະກິດຕໍ່ແງ່ຫວັງຟື້ນຟູກໍ່ຄືກັນພັດທະນາເສດຖະກິດທີ່ພວມໄດ້ຮັບການປັບປຸງຢ່າງແຮງ.


top