ນັກທ່ອງທ່ຽວ ສາກົນຢ້ຽມຢາມຄຸ້ມຖະໜົນບູຮານຂອງ ຫວຽດນາມ (ພາບ: ແທງຕຸ່ງ/TTXVN)
ວັນທີ 06 ທັນວາ, ກົມໃຫຍ່ທ່ອງທ່ຽວ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ) ໃຫ້ຮູ້ວ່າ, ໄລ່ລວມ 11 ເດືອນໃນປີ 2022, ມີແຂກທ່ອງທ່ຽວສາກົນມາ ຫວຽດນາມ ກວ່າ 2,95 ລ້ານເທື່ອຄົນ. ໃນນັ້ນ, ແຂກທ່ອງທ່ຽວທີ່ມາຈາກ ສ.ເກົາຫຼີ ຍັງຫຼາຍທີ່ສຸດ, ກວມເອົາ 26% ຈຳນວນແຂກທ່ອງທ່ຽວມາຢ້ຽມຢາມ ຫວຽດນາມ, ຖັດຈາກນັ້ນແມ່ນນັກທ່ອງທ່ຽວມາຈາກ ອາເມລິກາ (9%).