ຂ່າວສານ

ຈຳນວນຜູ້ຕິດເຊື້ອໂຄວິດ - 19 ໃໝ່ຢູ່ ຫວຽດນາມ ສືບຕໍ່ມີທ່າອ່ຽງຫຼຸດລົງ

ວັນທີ 24 ເມສາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 8.813 ຄົນ
  (ພາບປະກອບ: TTXVN)  

 ນັບແຕ່ເວລາ 16 ໂມງ ຂອງວັນທີ 23 ເມສາ ຫາເວລາ 16 ໂມງຂອງວັນທີ 24 ເມສາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 8.813 ຄົນ, ຫຼຸດລົງ 1553 ຄົນ ເມື່ອທຽບໃສ່ກ່ອນໜ້ານັ້ນໜຶ່ງວັນ. ຈຳນວນຜູ້ເສຍຊີວິດໃໝ່ມີ 9 ຄົນ.

ເປັນອັນວ່າ, ໄລ່ມາຮອດປັດຈຸບັນນີ້, ຫວຽດນາມ ມີຜູ້ຕິດເຊື້ອທັງໝົດ 10.563.502 ຄົນ, ຢືນອັນດັບທີ 12/227 ປະເທດ ແລະ ເຂດແຄວ້ນ. 


top