ຂ່າວສານ

ຈຳນວນຜູ້ຕິດເຊື້ອໂຄວິດ-19 ໃນໂລກລື່ນກາຍ 90 ລ້ານຄົນ

ອັງກິດ ແລະ ອີຕາລີ ແມ່ນ 2 ປະເທດມີຈຳນວນຜູ້ເສຍຊີວິດຍ້ອນໂຄວິດ-19 ສູງສຸດ ເອີຣົບ.

ພາບປະກອບ/AFP/TTXVN

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 10 ມັງກອນ (ຕາມເວລາ UTC), ໂລກໄດ້ຢັ້ງຢືນຜູ້ຕິດເຊື້ອໂຄວິດ-19 ໃນໂລກກ່ວາ 90 ລ້ານຄົນ, ໃນນັ້ນ ມີ 1,93 ລ້ານຄົນເສຍຊີວິດ.

ທີ່ເອີຣົບ, ອັງກິດ ແລະ ອີຕາລີ ແມ່ນ 2 ປະເທດມີຈຳນວນຜູ້ເສຍຊີວິດຍ້ອນໂຄວິດ-19 ສູງສຸດເອີຣົບ. ໃນຂະນະນັ້ນ, ຫລາຍປະເທດພວມຍູ້ໄວໂຄງການວິເຄາະໂຄວິດ-19 ແລະ ກຽມເຄື່ອນໄຫວບັ້ນສັກວັກຊິນກັນໂຄວິດ-19.

(ແຫຼ່ງຄັດຈາກ VOV)


top