ຂ່າວສານ

ຈຳນວນຜູ້ຕິດເຊື້ອໂຄວິດ -19 ຫຼຸດລົງເປັນ 3,345 ຄົນໃນ 24 ຊົ່ວໂມງທີ່ຜ່ານມາ

ໃນວັນທີ 7 ພຶດສະພາ ຫວຽດນາມມີຄົນເຈັບ 2,288 ຄົນ ໄດ້ຮັບການປິ່ນປົວຫາຍດີ.

ໃນວັນທີ 7 ພຶດສະພາ ຫວຽດນາມມີຄົນເຈັບ 2,288 ຄົນ ໄດ້ຮັບການປິ່ນປົວຫາຍດີ.

    

ພາບປະກອບ

ນັບແຕ່ເວລາ 16 ໂມງຂອງວັນທີ 6 ພຶດສະພາ ຫາ 16 ໂມງ ຂອງວັນທີ 7 ພຶດສະພາ, ຫວຽດນາມມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ທັງໝົດ 3,345 ຄົນ (ຫຼຸດລົງ 474 ກໍລະນີເມື່ອທຽບໃສ່ມື້ກ່ອນ) ຢູ່ໃນ 55 ແຂວງ, ນະຄອນ (ມີ 2.263 ກໍລະນີຕິດເຊື້ອໃນຊຸມຊົນ). ໃນວັນທີ 7 ພຶດສະພາ ມີຄົນເຈັບ 2,288 ຄົນ ໄດ້ຮັບການປິ່ນປົວໃຫ້ຫາຍດີ, ອັນໄດ້ຍົກຍອດ ຈໍານວນກໍລະນີໄດ້ຮັບການປິ່ນປົວຫາຍດີຂຶ້ນເຖິງ 9.318.525 ກໍລະນີ. ມີຜູ້ເສຍຊີວິດ 2 ຄົນ.

(ແຫຼ່ງຄັດຈາກ VOV)


top