ຂ່າວສານ

ຈຳນວນຜູ້ຕິດເຊື້ອໂຄວິດ - 19 ຢູ່ຫວຽດນາມສືບຕໍ່ຫຼຸດລົງ

ນັບແຕ່ເວລາ 17 ໂມງ ຂອງວັນທີ 16 ຕຸລາ ຫາ ເວລາ 17 ໂມງຂອງວັນທີ 17 ຕຸລາ, ຫວຽດນາມໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຈຳນວນ 3.193 ຄົນ, ໃນນັ້ນມີ 18 ກໍລະນີມາຈາກຕ່າງປະເທດ ແລະ 3175 ຄົນຢູ່ພາຍປະເທດ(ຫຼຸດລົງ 36 ກໍລະນີເມື່ອທຽບໃສ່ມື້ວານນີ້) ຢູ່ 48 ແຂວງ ແລະ ນະຄອນ.
ພາບປະກອບ

 ເປັນອັນວ່າ ໄລຮອດວັນທີ 17 ຕຸລາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 864.053 ຄົນ, ຢືນອັນດັບທີ 40 ໃນຈຳນວນ 223 ປະເທດ ແລະ ເຂດແຄ້ວນ.

   ໃນວັນທີ 17 ຕຸລາ ຈຳນວນຄົນເຈັບທີ່ປິ່ນປົວຫາຍດີທີ່ປະກາດ ແມ່ນ 1.340 ຄົນ ອັນໄດ້ຍົກຍອດຈຳນວນຄົນເຈັບທີ່ປິ່ນປົວຫາຍດີ ແມ່ນ 791.844 ຄົນ ແລະ ໃນວັນດຽວກັນ, ຫວຽດນາມຢັ້ງຢືນມີຄົນເຈັບຕິດເຊື້ອໂຄວິດ -19 ຖືກເສຍຊີວິດ ແມ່ນ 63 ຄົນ. ອັນໄດ້ຍົກຍອດຈຳນວນຄົນເຈັບ ຖືກເສຍຊີວິດ ຂຶ້ນເຖິງ 21.194  ຄົນ.

(ແຫຼ່ງຄັດຈາກ VOV)


top