ຂ່າວສານ

ຈຳນວນຜູ້ຕິດເຊື້ອພະຍາດ ແລະ ເສຍຊີວິດຍ້ອນເຊື້ອໄວຣັດສາຍພັນໃໝ່ Corona ເພີ່ມຂຶ້ນຢ່າງແຮງ ຢູ່ ແຂວງ ຮູເປີຍ, ປະເທດຈີນ

      ຕາມຕົວເລກທີ່ໄດ້ອັບເດັດ, ໄລ່ຮອດຕອນເຊົ້າວັນທີ 3 ກຸມພາ, ຈຳນວນຜູ້ຕິດເຊື້ອໄວຣັດສາຍພັນໃໝ່ Corona (2019 nCoV) ຢູ່ ຈີນ ລື່ນກາຍຕົວເລກ 17.200 ຄົນ, ໃນນັ້ນມີ ຜູ້ຫາກໍຕິດເຊື້ອພະຍາດຕື່ມອີກ 2.829 ຄົນ ແລະ ຜູ້ເສຍຊີວິດ 57 ຄົນ. ດັ່ງນັ້ນ, ໄລ່ຮອດປັດຈຸບັນ, ຈຳນວນຜູ້ເສຍຊີວິດຢູ່ ຈີນທັງໝົດ ແມ່ນ 361 ຄົນ  ແລະ ຢູ່ ຟີລິບປິນ ແມ່ນ 1 ຄົນ.

ພາບປະກອບ (TTXVN)
      ຕາມຄະນະກຳມະການສຸຂະພາບ ແລະ ການແພດແຫ່ງຊາດ ຈີນ ແລ້ວ, ໃນຊຸມມື້ຈະມາເຖິງຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດ ຢູ່ ແຂວງ ຮູເປີຍ ອາດຈະສືບຕໍ່ເພີ່ມຂຶ້ນຢ່າງແຮງ ຍ້ອນຕົວເລກຄົນ ຈຳນວນຫຼວງຫຼາຍທີ່ຢູ່ໃນສະພາວະການສຸກເສີນ ແລະ ສົງໄສວ່າຕິດແປດນັ້ນໄດ້ເລີ່ມເຂົ້າສູ່ໄລຍະເປັນພະຍາດ.
            ກ່ອນໜ້ານັ້ນໃນວັນທີ 2 ກຸມພາ, ກອງທັບຈີນ ໄດ້ມອບສິດການຄວບຄຸມໂຮງໝໍກາງສະໜາມ ຫົວແຊ໊ນຊານ ເຊິ່ງໄດ້ຮັບການກໍ່ສ້າງພາຍໃນ10 ວັນເພື່ອແນໃສ່ ປິ່ນປົວໃຫ້ແກ່ບັນດາຄົນເຈັບທີ່ຕິດໄວຣັດສາຍພັນໃໝ່ (2019 nCoV) ຢູ່ ເຂດສູນກາງຂອງການແຜ່ລະບາດເຊິ່ງແມ່ນນະຄອນອູຮັ້ນ ແຂວງ ຮູ້ເປີຍ.
 (ແຫຼ່ງຄັດຈາກ VOV)


top