ຂ່າວສານ

ຈຳນວນຄົນເຈັບໄດ້ຮັບການປິ່ນປົວ ຫາຍດີ ຈາກພະຍາດໂຄວິດ-19 ສືບຕໍ່ເພີ່ມຂຶ້ນຫຼາຍໃນວັນທີ 14 ກັນຍາ

ມາຮອດປັດຈຸບັນ ຢູ່ຫວຽດນາມ ຈໍານວນກໍລະນີ ໄດ້ຮັບການປິ່ນປົວຫາຍດີ ທັງໝົດແມ່ນ 10.393.632 ຄົນ
  ພາບປະກອບ  

ໃນວັນທີ 14 ກັນຍາ ຫວຽດນາມຢັ້ງຢືນ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ 3.107 ຄົນ, ຫຼຸດລົງເກືອບ 200 ຄົນເມື່ອທຽບໃສ່ວັນທີ 13 ກັນຍາ. ນັບແຕ່ເມື່ອ ພະຍາດໂຄວິດ-19ເລີ່ມຕົ້ນແຜ່ລະບາດ, ຫວຽດນາມ ມີຜູ້ຕິດເຊື້ອ 11.448.034 ຄົນ, ຢືນອັນດັບ 12/227 ປະເທດ ແລະ ເຂດແຄ້ວນ

ໃນວັນທີ 14 ກັນຍາ, ມີຜູ້ຕິດເຊື້ອ 45.328 ຄົນ ໄດ້ ຮັບການປິ່ນປົວຫາຍດີ. ມາຮອດປັດຈຸບັນ ຈໍານວນກໍລະນີ ໄດ້ຮັບການປິ່ນປົວຫາຍດີ ທັງໝົດແມ່ນ 10.393.632 ຄົນ. ວັນທີ 14 ກັນຍານີ້, ບໍ່ຜູ້ເສຍຊີວິດຍ້ອນ ພະຍາດໂຄວິດ-19

ມາຮອດຕອນບ່າຍວັນທີ 14 ກັນຍານີ້, ທົ່ວປະເທດໄດ້ສັກວັກແຊງກັນພະຍາດໂຄວິດ-19 ໄດ້ 258.934.825 ໂດສ.

top