ຂ່າວສານ

ຈາກ​ການ​ຄຸ້ມ​ຄອງ​ຮອດ​ການ​ບໍ​ລິ​ຫານ: ບ້າດ​ກ້າວເດີນໃນດ້ານ​ຈິນ​ຕະ​ນາ​ການ

ຢູ່ກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ XIII, ເປັນຄັ້ງທຳອິດທີ່ພັກກອມມູນິດ ຫວຽດນາມ ໄດ້ຍົກອອກຄຳນິຍາມ “ການບໍລິຫານແຫ່ງຊາດ” ເຂົ້າໃນເອກະສານ ຊື່ງໄດ້ເປີດໜ້າໃໝ່ກ່ຽວກັບຈິນຕະການການໃນການບໍລິຫານປະເທດຊາດຕາມທິດ: ທັນສະໄໝ, ຈະແຈ້ງ ແລະ ແກ່ງແຍ້ງຢ່າງມີປະສິດທິຜົນ. ຈິດໃຈດັ່ງກ່າວສືບຕໍ່ໄດ້ຢັ້ງຢືນໃນຮ່າງບົດລາຍງານການເມືອງ ຍື່ນສະເໜີຕໍ່ກອງປະຊຸມໃຫ່ຍຄັ້ງທີ XIV ຂອງພັກດ້ວຍຄຳຮຽກຮ້ອງ: ສ້າງລະບົບຄຸ້ມຄອງແຫ່ງລັດ, ການບໍລິຫານແຫ່ງຊາດທັນສະໄໝ, ບັນລຸປະສິດທິຜົນ, ຮັບໃຊ້ ແລະ ສ້າງສາພັດທະນາ, ສ້າງລັດຖະບານດີຈີຕອນ, ອຳນາດການປົກຄອງດີຈີຕອນ. ນີ້ແມ່ນບາດກ້າວເດີນດ້ານສະຕິຄວາມຮັບຮູ້ໃນຈິນຕະນາການຂອງພັກ, ຫັນຈາກຮູບ
ຄະນະບໍລິຫານງານສູນກາງພັກຊຸດທີ 13 ສະເໜີຕໍ່ກອງປະຊຸມໃຫ່ຍ ( ພາບ: TTXVN)

ທາດແທ້ຂອງການບໍລິຫານແຫ່ງຊາດທັນສະໄໝ ແມ່ນສ້າງຮູບແບບລັດແຫ່ງນິຕິບັນຍັດທີ່ສັດຊື່ບໍລິສຸດ ແລະ ມີກຳລັງຄວາມສາມາດຮັບໃຊ້ ປຊຊ. ຢູ່ທີ່ນັ້ນ, ກົດໝາຍແມ່ນເຄື່ອງມື, ຂໍ້ມູນແມ່ນພື້ນຖານ, ມະນຸດເປັນໃຈກາງ ແລະ ການພັດທະນາແມ່ນເປົ້າໝາຍ.

 ຮັບໃຊ້ ປຊຊ ຢ່າງຕັ້ງໜ້າ

   ພາຍຫຼັງໄດ້ຜັນຂະຫຍາຍມາເປັນເວລາກວ່າ 5 ເດືອນ, ຮູບແບບການບໍລິຫານແຫ່ງຊາດພວມຫັນຈາກສະພາບການທີ່ອຳນາດການປົກຄອງອົດຮັບ, ໜັກໜ່ວງກ່ຽວກັບການຄຸ້ມຄອງເປັນສ່ວນຫຼາຍ ໄປສູ່ສະພາບການເປັນເຈົ້າການ, ຮັບໃຊ້ ປຊຊ ຢ່າງຕັ້ງໜ້າ ແລະ ສ້າງສາພັດທະນາ. ທ່ານ ໂດ້ຊວັນຮຽວ ຮອງປະທານຄະນະກຳມະການ ປຊຊ ຕາແສງ ຮວ່າຝູ, ແຂວງ ດັກລັກ ໃຫ້ຮູ້ວ່າ:

  ປະຈຸບັນແມ່ນອຳນາດການປົກຄອງຮັບໃຊ້  ແທນທີ່ລໍຖ້າ ອຳນາດການປົກຄອງຕ້ອງໄປເຖິງ ວິສາຫະກິດເປັນເຈົ້າການກຳໄດ້ຄວາມຕ້ອງການຂອງ ວິສາຫະກິດ ເພື່ອສ້າງນະໂຍບາຍວາງອອກບັນດາແຜນການໂຄງການ ແລ້ວຈະຕອບສະໜອງຄວາມຕ້ອງການຂອງ .

ບາດກ້າວເດີນຂອງຈິນຕະນາການບໍລິຫານທັນສະໄໝ

  ໃນຮູບແບບການບໍລິຫານແບບເກົ່າ, ການບໍລິຫານເຄີຍຕິດພັນກັບຄຳສັ່ງບໍລິຫານ ແລະ ບົດຮຽນປະສົບການ. ປະຈຸບັນ, ຄວາມສາມາດໃນການນຳພາຍັງໄດ້ຖືກວັດແທກດ້ວຍຄວາມສາມາດອອກຄຳຕັດສິນອີງບົນຂໍ້ມູນ, ພະຍານຫຼັກຖານ ແລະ ການຕອບກັບຈາກສັງຄົມ. ທ່ານ ຫງວຽນກວາງດົ່ງ ຫົວໜ້າສະຖາບັນຄົ້ນຄ້ວານະໂຍບາຍ ແລະ ພັດທະນາສື່ມວນຊົນ, ວິເຄາະວ່າ:

          ປະຈຸບັນບັນດາລະບຽບການບໍລິຫານແບບທາງໄກບໍ່ຂຶ້ນກັບດ້ານພູສາດໄລຍະຫ່າງລະຫວ່າງ  ແລະ ລັດໄດ້ຮັດແຄບລົງຫຼາຍແລ້ວເບິ່ງກວ້າງກວ່ອີກແມ່ນຈາກແງ່ມູມບໍລິຫານຂອງຊາດການວາງແຜນຍຸດທະສາດແລ້ວປະຕິບັດບັນດາຍຸດທະສາດອີງຕາຂໍ້ມູນໄດ້ຊ່ວຍໃຫ້ເລື່ອງອອກຄຳຕັດສິນເພື່ອບໍລິຫານກໍ່ວ່ອງໄວກວ່.

   ອຳນາດການປົກຄອງສ້າງສາ, ການບໍລິຫານທີ່ດີບໍ່ພຽງແຕ່ໄດ້ບໍລິຫານເທ່ົານັ້ນ, ຫາກຍັງໄດ້ລະດົມກຳລັງໃຈ, ສົ່ງເສີມ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈອີກດ້ວຍ. ຖ້າຫາກວ່າກ່ອນນີ້ ຈິນຕະນາການການບໍລິຫານໄດ້ເນັ້ນໜັກເຂົ້າໃນການກວດກາ ແລະ ບໍລິຫານນັ້ນ, ການ “ບໍລິຫານ” ໄດ້ເນັ້ນໜັກເຂົ້າໃນການປະສານງານ ແລະ ສ້າງສາ. ທ່ານປະລິຍາເອກ ຫງວຽນວັນດາງ, ສະຖາບັນການນຳວິທະຍາ ແລະ ບໍລິຫານລັດ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ ຖືວ່າ:

          ພື້ນຖານການບໍລິຫານແຫ່ງຊາດທັນສະໄໝມີປະສິດທິພາບປະສິດທິຜົນ ຮັບໃຊ້  ມີຈຸດທີ່ເປັນເອກະລັກສະເພາະແມ່ນໄດ້ເສີມຂະຫຍາຍບົດບາດຂອງຫຼາຍພາກສ່ວນໃນນັ້ນບົດບາດຂອງລັດລະບົບການເມືອງແມ່ນອັນດັບໜຶ່ງ ແລະ ຄຽງຂ້າງນັ້ນແມ່ນໄດ້ດຶດູດການເຂົ້າຮ່ວມຂອງຫຼາຍພາກສ່ວນອື່ນໆເທື່ອລະກ້າວ.

          ກ່າວຄຳເຫັນທີ່ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15, ເມື່ອເຈາະຈີ້ມກ່ຽວກັບບາງຈຸດໃໝ່ ແລະ ບັນດາການກຳນົດທິດສຳຄັນ ໃນຮ່າງເອກະສານສະເໜີຕໍ່ກອງປະຊຸມໃຫຍ່ຂອງພັກທົ່ວປະເທດຄັ້ງທີ 14, ທ່ານເລຂາທິການໃຫ່ຍ ໂຕເລິມ ເນັ້ນໜັກວ່າ:

        ພວເຮົາຕ້ອງຢັ້ງຢືນຢ່າງຈະແຈ້ງກວ່ຮູບແບບການບໍລິຫານແຫ່ງຊາດໄລຍະທີ່ຈະມາເຖິງການບໍລິຫານອີງຕາມກົດໝາຍຈະແຈ້ງຂໍ້ມູນໜ້າເຊື່ອຖືພື້ນຖານໂຄງລ່າງດີຈີຕອນທັນສະໄໝກົງຈັກກະທັດລັດພະນັກງານສັດຊື່ບໍລິສຸດມີລະບຽບວິໄນໄປຄຽງຄູ່ກັບການຮັບໃຊ້ການບໍລິຫານຄືແນວນັ້ນ ແມ່ນການບໍລິຫານສ້າງສາພັດທະນາບໍ່ແມ່ນການບໍລິຫານຂໍ-ໃຫ້.

          ການສ້າງພື້ນຖານການບໍລິຫານແຫ່ງຊາດທັນສະໄໝ, ມີໄຫວພິບ, ແກ່ງແຍ້ງຢ່າງມີປະສິດທິຜົນ ບໍ່ພຽງແຕ່ແມ່ນຄຳຮຽກຮ້ອງຂອງການເຊື່ອມໂຍງເທົ່ານັ້ນ, ຫາກຍັງແມ່ນເງື່ອນໄຂເພື່ອໃຫ້ ຫວຽດນາມ ປະຕິບັດຄວາມຄາດຫວັງພັດທະນາໃຫ້ປະກົດຜົນເປັນຈິງອີກດ້ວຍ. ແຕ່ລະພື້ນຖານການບໍລິຫານທັນສະໄໝຈະແມ່ນເສົາຄ້ຳຂອງລັດແຫ່ງນິດຕິບັນຍັດສັງຄົມນິຍົມໃໝ່ ບ່ອນທີ່ພັກໄດ້ນຳພາດ້ວຍວິໄສທັດ; ລັດຄຸ້ມຄອງດ້ວຍກົດໝາຍ ແລະ ສັງຄົມໄດ້ເຄື່ອນໄຫວດ້ວຍຄວາມໄວ້ເນື້ອເຊື່ອໃຈ ແລະ ການເຂົ້າຮ່ວມຂອງ ປຊຊ./.


top