ສາລະຄະດີ

ຈາກຝີມື ຫວຽດນາມ ສູ່ເຄືອຂ່າຍ ບັນດານະຄອນ ຫັດຖະກຳ ປະດິດສ້າງ ລະດັບໂລກ

ຈາກສີມື ຂອງນາຍຊ່າງ ທີ່ໄດ້ຮັບການຖ່າຍທອດ ຜ່ານຫຼາຍເຊັ່ນ ຄົນ, ສີ່ໝູ່ບ້ານອາຊີບດີເດັ່ນ ຂອງ ຮ່າໂນ້ຍ ລວມມີ ບາດຈ່າງ, ວ້ານຟຸກ, ຈວຽນໝີ໊ ແລະ ເຊີນໂດ່ງ ຍັງຄົງ ອະນຸລັກຮັກສາອາ ຊີບ, ທັງປະດິດສ້າງ ຢ່າງບໍ່ຢຸດຢັ້ງ ເພື່ອຍົກລະດັບ ບັນດາ ຜະລິດ ຕະພັນ ທີ່ເຕັມໄປດ້ວຍ ສີສັນວັດທະນະທຳ ທັງລອງ-ຮ່າໂນ້ຍ. ການທີ່ ສີ່ໝູ່ບ້ານອາຊີບ ຖືກຈົດຊື່ ເຂົ້າໃນ ເຄືອຂ່າຍ ບັນດານະ ຄອນ ຫັດຖະກຳ ປະດິດສ້າງລະດັບໂລກ ບໍ່ພຽງແຕ່ ຮັບຮອງ ບັນ ດາ ມູນຄ່າ ທີ່ຖືກສ້າງຂຶ້ນ ຜ່ານການເວລາເທົ່ານັ້ນ, ແຕ່ຍັງ ເປີດ ໂອກາດ ໃຫ້ສິ່ງຍອດຍິ່ງ ຂອງ ອາຊີບຫັດຖະກໍາມູນເຊື້ອ ຮ່າໂນ້ຍ ໄດ້ກ້າວໄປໄກກວ່ານີ້.

ຈາກສີມື ຂອງນາຍຊ່າງ ທີ່ໄດ້ຮັບການຖ່າຍທອດ ຜ່ານຫຼາຍເຊັ່ນ ຄົນ, ສີ່ໝູ່ບ້ານອາຊີບດີເດັ່ນ ຂອງ ຮ່າໂນ້ຍ ລວມມີ ບາດຈ່າງ, ວ້ານຟຸກ, ຈວຽນໝີ໊ ແລະ ເຊີນໂດ່ງ ຍັງຄົງ ອະນຸລັກຮັກສາອາ ຊີບ, ທັງປະດິດສ້າງ ຢ່າງບໍ່ຢຸດຢັ້ງ ເພື່ອຍົກລະດັບ ບັນດາ ຜະລິດ ຕະພັນ ທີ່ເຕັມໄປດ້ວຍ ສີສັນວັດທະນະທຳ ທັງລອງ-ຮ່າໂນ້ຍ. ການທີ່ ສີ່ໝູ່ບ້ານອາຊີບ ຖືກຈົດຊື່ ເຂົ້າໃນ ເຄືອຂ່າຍ ບັນດານະ ຄອນ ຫັດຖະກຳ ປະດິດສ້າງລະດັບໂລກ ບໍ່ພຽງແຕ່ ຮັບຮອງ ບັນ ດາ ມູນຄ່າ ທີ່ຖືກສ້າງຂຶ້ນ ຜ່ານການເວລາເທົ່ານັ້ນ, ແຕ່ຍັງ ເປີດ ໂອກາດ ໃຫ້ສິ່ງຍອດຍິ່ງ ຂອງ ອາຊີບຫັດຖະກໍາມູນເຊື້ອ ຮ່າໂນ້ຍ ໄດ້ກ້າວໄປໄກກວ່ານີ້.

ບັນດາສີມື ຮັກສາອາຊີບ ຜ່ານຫຼາຍເຊັ່ນຄົນ

ປັດຈຸບັນ, ຮ່າໂນ້ຍ ມີປະມານ 1.350 ໝູ່ບ້ານອາຊີບ ແລະ ໝູ່ ບ້ານອາຊີບມູນເຊື້ອ, ໃນນັ້ນ 337 ໝູ່ບ້ານອາຊີບ ໄດ້ຖືກນະ ຄອນ ຮັບຮອງ. ບາດຈ່າງ ແລະ ວ້ານຟຸກ ໄດ້ຖືກຮັບຮອງ ເຂົ້າ ຮ່ວມ ເຄືອຂ່າຍ ບັນດານະຄອນ ຫັດຖະກຳ ປະດິດສ້າງ ລະດັບ ໂລກ ປີ 2024; ຈວຽນໝີ໊ ແລະ ເຊີນໂດ່ງ ສືບຕໍ່ຖືກຮັບຮອງ ປີ 2026. ສີ່ຊື່, ສີ່ອາຊີບ ຫັດຖະກຳ, ແຕ່ພົບກັນ ຢູ່ມູນຄ່າໜຶ່ງ: ບັນ ດາເຕັກນິກ ທີ່ຖືກປົກປັກຮັກສາ ດ້ວຍສີມື ຂອງນາຍຊ່າງ ແລະ ຖືກປັບປຸງໃໝ່ ເພື່ອແທດເໝາະ ກັບຊີວິດການເປັນຢູ່ ໃນປັດຈຸ ບັນ. 

ຕອນຄ່ຳວັນທີ 8 ພຶດສະພາ, ຢູ່ກຳແພງ ທັງລອງ, ຄະນະກຳ ມະການປະຊາຊົນ ນະຄອນ ຮ່າໂນ້ຍ ໄດ້ຈັດພິທີ ຕ້ອນຮັບໃບຢັ້ງ ຢືນ ໝູ່ບ້ານອາຊີບ ຝັງເປືອກຫອຍ ສີຂັດມັນ ຈວຽນໝີ໊ ແລະ ໝູ່ບ້ານອາຊີບ ແກະສະຫຼັກ ສິລະປະຫັດຖະກຳ ເຊີນໂດ່ງ ເປັນສະມາຊິກ ຂອງເຄືອຂ່າຍ ບັນດານະຄອນ ຫັດຖະກຳ ປະດິດສ້າງ ລະດັບໂລກ. ພາບ: ຫວຽດເກື່ອງ/VNP
ນາຍຊ່າງ ໝູ່ບ້ານອາຊີບ ແກະສະຫຼັກ ສິລະປະຫັດຖະກຳ ເຊີນໂດ່ງ ກັບ ແຂກສາກົນ ໃນພິທີຕ້ອນຮັບ ໃບຢັ້ງຢືນ ໝູ່ບ້ານອາຊີບ ຝັງເປືອກຫອຍ ສີຂັດມັນຈວຽນໝີ໊ ແລະ ໝູ່ບ້ານອາຊີບ ແກະສະຫຼັກສິລະປະຫັດຖະກຳ ເຊີນໂດ່ງ ເປັນສະມາຊິກ ຂອງເຄືອຂ່າຍ ບັນດານະຄອນ ຫັດຖະກຳ ປະດິດສ້າງ ລະດັບໂລກ. ພາບ: ຫວຽດເກື່ອງ/VNP

ຢູ່ຕາແສງ ວ້ານຟຸກ, ເລື່ອງລາວ ກ່ຽວກັບອາຊີບ ເລີ່ມຕົ້ນ ຈາກ ເສັ້ນໄໝ. ເປັນເວລາກວ່າ 1.000 ປີ ແຫ່ງການຄົງຕົວ ໄດ້ສ້າງ ບັນດາ ເຕັກນິກ ພິເສດ ໃຫ້ແກ່ບ້ານ ແພໄໝ, ໃນນັ້ນ ມີເຕັກນິກ ຕຳ ແພລາຍດອກນູນ ຢູ່ພື້ນແພໄໝ ຊຶ່ງປະກົດຕົວ ແຕ່ທ້າຍ ສະ ຕະວັດທີ XVII. ທ່ານ ຫງວຽນຊວນຄຽມ, ຜູ້ມີຄວາມຜູກພັນ ກັບ ອາຊີບ ມາເປັນເວລາ 40 ປີ ໃຫ້ຮູ້ວ່າ ແພໄໝ 100% ຈາກ ໄໝ ມ້ອນ ຖືກຕຳ ໃນສະພາບປຽກຊຸ່ມ, ຍ້ອນແນວນັ້ນເຄື່ອງຈັກ ອຸດ ສາຫະກຳ ຍັງບໍ່ທັນສາມາດ ປ່ຽນແທນ ວິທີການ ເຮັດດ້ວຍມື ໄດ້ ຢ່າງສົມບູນ. ຂັ້ນຕອນຍ້ອມເສັ້ນດ້າຍ ກ່ອນນຳມາທໍຜ້າ ຍັງຖືກ ຮັກສາ, ສ້າງເປັນລວດລາຍສີນູນ ແລະ ເສັ້ນລາຍດອກ ທ່ີໂດດ ເດັ່ນ. ບັນດາເຕັກນິກ ເຫຼົ່ານັ້ນ ບໍ່ພຽງແຕ່ ສ້າງເປັນຜະລິດຕະພັນ ທີີ່ມີຄວາມສວຍງາມເທົ່ານັ້ນ, ແຕ່ຍັງສ້າງເປັນ ສີສັນສະເພາະ ຂອງ ແພໄໝ ວ້ານຟຸກ, ເຮັດໃຫ້ແພໄໝ ຈາກໝູ່ບ້ານ ອາຊີບ ແຫ່ງນີ້ ຈິ່ງເປັນທ່ີຮູ້ຈັກ ທັງຢູ່ພາຍໃນ ແລະ ຕ່າງປະເທດ.  

ຢູ່ ຕາແສງ ບາດຈ່າງ, ດິນຖືກນຳຂຶ້ນເທິງແທ່ນໝູນ ແລະ ຄ່ອຍໆ ສ້າງເປັນຮູບຮ່າງ ພາຍໃຕ້ສີມືຂອງນາຍຊ່າງ. ໝູ່ບ້ານ ຜະລິດ ເຄື່ອງປັ້ນດິນເຜົາ ທີ່ມີອາຍຸກວ່າ 700 ປີ ຍັງຄົງຮັກສາ ການຜະ ລິດດ້ວຍມື ໃນຫຼາຍຂັ້ນຕອນ, ນັບແຕ່ການນວດດິນ, ແກະສະ ຫຼັກລວດລາຍ ໄປຈົນເຖິງການແຕ້ມສີເຄືອບ. ທ່ານນາງ ທູເຮືອງ, ຜູ້ຄຸ້ມຄອງບໍລິສັດ ຫຸ້ນສ່ວນ ອະນຸລັກຮັກສາ ພັດທະນາ ການ ທ່ອງທ່ຽວ ບາດຈ່າງໃຫ້ຮູ້ວ່າ ຄວາມລະອຽດອ່ອນ ໃນແຕ່ລະເສັ້ນ ລາຍ ໄດ້ສ້າງເປັນຄວາມດຶງດູດສະເພາະ ຂອງ ເຄື່ອງປັ້ນດິນເຜົາ ບາດຈ່າງ. ບັນດານັກຊ່າງສີມືດີ ເຊັ່ນ: ຫງວຽນແຢງຕູ້, ຫງວຽນ ວັນຮຶງ ຍັງສືບຕໍ່ອະນຸລັກຮັກສາ ບັນດາເຕັກນິກ ແລະ ຜະລິດຕະ ພັນ ສະເພາະ ຂອງ ໝູ່ບ້ານ.

 

ທ່ານນາງ ຫງວຽນທິແທັງ, ຮອງປະທານສະພາແຫ່ງຊາດ ແລະ ບັນດາຜູ້ແທນ ຢ້ຽມຊົມ ພື້ນທີ່ວາງສະແດງ ຜະລິດຕະພັນ ແພໄໝ ວ້ານຟຸກ. ພາບ: ວັນດ້ຽບ/VNA
ການສະແດງ ບັນດາກິດຈະກຳ ຂອງໝູ່ບ້ານອາຊີບ ໃນພິທີຕ້ອນຮັບໃບຢັ້ງຢືນ 2 ໝູ່ບ້ານອາຊີບ ເຄື່ອງປັ້ນດິນເຜົາ ບາດຈ່າງ ແລະ ຕຳແພໄໝ ວ້ານຟຸກ ເປັນສະມາຊິກ ຂອງ ເຄືອຂ່າຍ ບັນດານະຄອນ ຫັດຖະກຳ ປະດິດສ້າງ ລະດັບໂລກ ຢ່າງເປັນທາງການ. ພາບ: ຫວຽດເກື່ອງ/VNP

ຢູ່ຕາແສງ ຈວຽນໝີ໊, ບັນດາເປືອກຫອຍໃຫຍ່-ນ້ອຍຖືກນາຍຊ່າງ ຄັດເລືອກ, ຕັດຕໍ່ ແລະ ສ້າງເປັນແຜ່ນ ປ້າຍໂຕໜັງສື, ຄໍາກອນ, ຕຽງໄມ້ຄໍາພີ, ຕູ້ຊາ ຫຼື ບັນດາ ຮູບພາບ ຝັງເປືອກຫອຍ ຢ່າງປະ ນີດ. ປັດຈຸບັນ, ມີກວ່າ 1.000 ຄອບຄົວທຳ ອາຊີບຝັງ ເປືອກ ຫອຍ ສີຂັດມັນ. ທ່ານ ຟ້າມວັນແຄວ, ຜູ້ຢຶດໝັ້ນກັບອາຊີບນີ້ ມາເປັນເວລາ 40 ປີ ໃຫ້ຮູ້ວ່າ ການປະສົມປະສານ ລະຫວ່າງ ເຕັກນິກ ຫັດຖະກຳ ທີ່ປານີດ ລະອຽດອ່ອນ, ຄວາມທົນທານ ແລະ ສີສັນວັດທະນະທຳ ຊ່ວຍໃຫ້ ອາຊີບ ຝັງເປືອກຫອຍ ສີຂັດ ມັນ ຈວຽນໝີ໊ ຮັກສາໄດ້ຄວາມມີຊີວິດຊີວາຜ່ານຫຼາຍເຊັ່ນຄົນ. ຕາມທ່ານ, ຜະລິດຕະພັນ ແຕ່ລະອັນ, ບໍ່ພຽງແຕ່ແມ່ນ ເຄື່ອງໃຊ້ ເທົ່ານັ້ນ, ແຕ່ຍັງບັນຈຸ ຄຸນຄ່າດ້ານຄວາມງາມ, ວັດທະນະທຳ ແລະ ປັດຊະຍາຊີວິດ ຫວຽດນາມ ອີກດ້ວຍ.  

ສ່ວນຢູ່ ຕາແສງ ເຊີນໂດ່ງ, ອາຊີບຫັດຖະກຳ ຕິດພັນກັບ ຫຼາຍ ກິດຈະການ ວັດທະນະທຳ, ຄວາມເຊື່ອຖືທາງໃຈ ທີ່ມີຊື່ສຽງ ເຊັ່ນ ວັນມ໋ຽວ-ກວັກຕືຢາມ, ວັດ ຫງອກເຊີນ, ວັດ ເສົາດຽວ, ວັດ ເຈິ໋ນ ກວັກ... ເຕັກນິກ ທາສີນໍ້າກ້ຽງມູນເຊື້ອ ມີຄວາມທົນທານ, ສາ ມາດ ຮັກສາສີ ແລະ ຄວາມເງົາງາມທົນນານ ແມ່ນໜຶ່ງໃນບັນ ດາເຄັດລັບ ທ່ີສ້າງຊື່ສຽງ ຂອງອາຊີບ. ປັດຈຸບັນ ຕາແສງ ເຊີນ ໂດ່ງ ມີເກືອບ 700 ຄອບຄົວ ພ້ອມກັບ ຫຼາຍວິສາຫະກິດ ຜະລິດ ສິນຄ້າ ຫັດຖະກຳ, ສ້າງວຽກເຮັດງານທຳ ໃຫ້ແກ່ແຮງງານ ຫຼາຍ ພັນຄົນ; ຜະລິດຕະພັນ ໄດ້ຖືກສົ່ງອອກ ໄປຍັງ ຫຼາຍປະເທດ.

ຜູ້ຊ່ຽວຊານ ສະພາຫັດຖະກຳໂລກ (WCC) ຢູ່ ຫໍວິຫານ ສັກກະລະບູຊາບັນພະບຸລຸດ ຂອງ ອາຊີບຝັງເປືອກຫອຍ ຈວຽນໝີ໊ - ໝູ່ບ້ານອາຊີບທີ່ມີປະຫວັດຍາວນານ ກວ່າ 1.000 ປີ. ພາບ: ຫວຽດເກື່ອງ/VNP
ບັນດານາຍຊ່າງ ຂອງ ອາຊີບຝັງເປືອກຫອຍສິຂັດມັນ ຈວຽນໝີ໊ ສືບທອດອາຊີບດັ້ງເດີມ ພ້ອມທັງ ພັດທະນາ ຜະລິດຕະພັນທີ່ປະສົມປະສານ ຄວາມສວຍງາມ ເຂົ້າກັບຈຸດວັດທະນະທຳຂອງຫວຽດນາມ. ພາບ: ແຄ໋ງລອງ/VNP
 

ຈຸດຄ້າຍຄືກັນ ຂອງ ສີ່ໝູ່ບ້ານອາຊີບຫັດຖະກໍາກໍຄື ນາຍຊ່າງ ບໍ່ພຽງແຕ່ ຮັກສາເຕັກນິກ ການຜະລິດເທົ່ານັ້ນ, ແຕ່ຍັງຮັກສາບັນ ດາ ເລື່ອງລາວ ກ່ຽວກັບປະຫວັດສາດ ແລະ ວັດທະນະທຳ ທີ່ໄດ້ ຮັບການຖ່າຍທອດ ຜ່ານຫຼາຍເຊັ່ນຄົນອີກດ້ວຍ. ທ່ານ ປອ Darlie Oommen Koshy, ຮອງປະທານ ສະພາຫັດຖະກຳໂລກ (WCC) ເຫັນວ່າ ຂະບວນການ ຕີລາຄາ ຖືກປະຕິບັດ ຜ່ານການ ສຳຫຼວດຕົວຈິງ, ພົບປະຊຸມຊົນທ້ອງຖິ່ນ ແລະ ເຫັນກັບຕາ ຊ່າງ ສີມື, ນາຍຊ່າງ ຊຳນານງານ ທຳອາຊີບ. ຜ່ານນັ້ນ, ບັນດາ ຄຸນຄ່າ ດີເດັ່ນ ກ່ຽວກັບປະຫວັດສາດ, ວັດທະນະທຳ, ເສດຖະກິດ ແລະ ສັງຄົມ ຂອງບັນດາໝູ່ບ້ານອາຊີບ ຮ່າໂນ້ຍ ໄດ້ຖືກຮັບຮອງ. ທ່ານ ຕີລາຄາວ່າ ຫວຽດນາມ ກຳລັງສະແດງ ພາລະບົດບາດຢ່າງແຂງ ແຮງ ໃນການອະນຸລັກ, ເສີມຂະຫຍາຍ ມູນຄ່າ ຫັດຖະກຳ ມູນ ເຊື້ອ; ການປະກົດຕົວ ຂອງ ສີ່ໝູ່ບ້ານ ອາຊີບ ຮ່າໂນ້ຍ ໃນ ເຄືອ ຂ່າຍ WCC ປະກອບສ່ວນ ຢືນຢັນຖານະບົດບາດ ຂອງ ຫັດຖະ ກຳ ຫວຽດນາມ ໃນກະແສ ມໍລະດົກ ວັດທະນະທຳໂລກ.

ເມື່ອອາຊີບມູນເຊື້ອ ກ້າວເຂົ້າສູ່ ພື້ນທີ່ປະດິດສ້າງ

ການຖືກຈົດຊື່ ເຂົ້າໃນ ເຄືອຂ່າຍ ບັນດານະຄອນ ຫັດຖະກຳ ປະ ດິດສ້າງໂລກ ບໍ່ໄດ້ໝາຍຄວາມວ່າ ບັນດາໝູ່ບ້ານອາຊີບ ພຽງ ແຕ່ ຮັກສາ ບັນດາສິ່ງທີ່ມີຢູ່ແລ້ວ. ຕ່າງຈາກນັ້ນ, ນັ້ນແມ່ນ ແຮງ ຜັກດັນ ເພື່ອໃຫ້ນາຍຊ່າງ ຊອກຫາວິທີ ປັບປຸງ ຜະລິດຕະພັນ ໃໝ່, ຂະຫຍາຍຕະຫຼາດ ແລະ ເລົ່າເລື່ອງລາວ ວັດທະນະທຳ ດ້ວຍພາສາ ແທດເໝາະ ກັບຊີວິດການເປັນຢູ່ ທັນສະໄໝ.

ນາຍຊ່າງ ຈາກ ເຊີນໂດ່ງ ປະດິດສ້າງບັນດາຜະລິດຕະພັນ ແກະສະຫຼັກສິລະປະດ້ວຍຄວາມພິຖີພິຖັນ. ພາບ: ແຄ໋ງລອງ/VNP
ໝູ່ບ້ານອາຊີບ ແກະສະຫຼັກ ແລະ ສິລະປະຫັດຖະກໍາ ເຊີນໂດ່ງ ຜ່ານກວ່າໜຶ່ງພັນປີ ແຫ່ງການກໍ່ຕັ້ງ ແລະ ພັດທະນາ, ໄດ້ຮັບການຂະໜານນາມວ່າ ແມ່ນໝູ່ບ້ານອາຊີບ ແກະສະຫຼັກ ແລະ ຝອກຄຳ ລະດັບແຖວໜ້າ ຂອງ ຫວຽດນາມ, ເກັບຮັກສາ ຈິດວິນຍານວັດທະນະທຳ ແລະ ສີມືອັນປານີດ ຂອງ ນາຍຊ່າງ ແຜ່ນດິນເມືອງຫຼວງ. ພາບ: ຈິ້ງໂບ້/VNP
ປີ 2007, ປຶ້ມບັນທຶກສະຖິຕິ ຫວຽດນາມ ໄດ້ຮັບຮອງ ເຊີນໂດ່ງ ແມ່ນ “ໝູ່ບ້ານອາຊີບ ແກະສະຫຼັກຮູບປັ້ນ ແລະ ເຄື່ອງບູຊາ ພຸດທະສາສະໜາ ໃຫຍ່ທີ່ສຸດ ຢູ່ ຫວຽດນາມ”. ປັດຈຸບັນ, ໝູ່ບ້ານມີເກືອບ 700 ຄອບຄົວ ແລະ 10 ວິສາຫະກິດ ຜະລິດສິນຄ້າ ສິລະປະຫັດຖະກຳ, ສ້າງວຽກເຮັດງານທຳ ໃຫ້ແກ່ ແຮງງານນັບຫຼາຍພັນຄົນ. ພາບ: ຈິ້ງໂບ້/VNP

 

ຊ່າງສີມື ເລທິກິມທື, ກຳມະການ ຄະນະບໍລິຫານງານ ສະມາ ຄົມ ໝູ່ບ້ານອາຊີບ ຕຳແພໄໝ ວ້ານຟຸກ ໃຫ້ທັດສະນະວ່າ ໝູ່ ບ້ານອາຊີບ ຈະຄົງຕົວຢູ່ໄດ້ ຢ່າງແທ້ຈິງ ກໍເມື່ອການເຄື່ອນໄຫວ ຜະລິດ ຖືກຮັກສາໄວ້, ສິ່ງນັ້ນ ຂຶ້ນກັບການຖ່າຍທອດ ອາຊີບ ໃຫ້ ແກ່ຄົນໜຸ່ມ. ລູກສາວຂອງເພິ່ນ, ທ່ານນາງ ດັ້ງທິຊວນກວິ່ງ, ກຳ ລັງ ສືບທອດອາຊີບ ຂອງ ຄອບຄົວ ຜ່ານເຄື່ອງໝາຍການຄ້າ Phong Thu Silk. ທ່ານນາງ ໄດ້ປະສົມປະສານ ເຕັກນິກມູນ ເຊື້ອ ກັບ ຈິນຕະນາການ ອອກແບບທັນສະໄໝ, ປ່ຽນແປງໃໝ່ ຮູບແບບ, ລວດລາຍ ແລະ ປະເພດຜະລິດຕະພັນ ເພື່ອຕອບສະ ໜອງຕະຫຼາດ, ແຕ່ຍັງຄົງ ຮັກສາ ຄຸນຄ່າ ຈາກບັນດາແຜ່ນແພ ໄໝ ໂດຍຄອບຄົວ ຜະລິດອອກມາ.  

ຢູ່ບ້ານ ໂບ໋ຍເຄ, ຕາແສງ ຈວຽນໝີ໊, ທ່ານ ດິງຫງອກແອັ໋ງ ໃຫ້ຮູ້ ວ່າ ພື້ນຖານການຜະລິດ ຂອງ ຄອບຄົວ ມີລູກຄ້າຊາວ ອາເມລິ ກາ ແຕ່ປີ 2010. ມໍ່ໆນີ້, ການຖ່າຍທອດສົດ ຜ່ານສື່ສັງຄົມ ດ້ວຍ ການສະໜັບສະໜູນ ຈາກທ້ອງຖິ່ນ ຊ່ວຍໃຫ້ຜະລິດຕະພັນ ເຂົ້າ ເຖິງ ລູກຄ້າ ເພີ່ມຂຶ້ນ. ຕາມທ່ານນາງ ຫງວຽນທິຖຸ່ຍເຮືອງ, ຮອງ ປະທານ ຄະນະກຳມະການ ປະຊາຊົນ ຕາແສງ ຈວຽນໝີ໊, ການ ເຂົ້າຮ່ວມ ເຄືອຂ່າຍ ບັນດາ ນະຄອນ ຫັດຖະກຳ ປະດິດສ້າງ ໂລກ ແມ່ນຄວາມພູມໃຈ, ພ້ອມດຽວກັນນັ້ນ ສ້າງແຮງຜັກດັນ ເພື່ອໃຫ້ ທ້ອງຖິ່ນ ຍູ້ແຮງ ການໂຄສະນາ, ຂາຍສິນຄ້າ ທາງອອນ ລາຍ. ຕາແສງ ຮັກສາ ບັນດາການເຄື່ອນໄຫວ ຖ່າຍທອດສົດ ຕາມກຳນົດເວລາ, ໃນນັ້ນ ການນຳທ້ອງຖິ່ນ ໄດ້ແນະນຳໂດຍ ກົງ ແລະ ສະໜັບສະໜູນ ການບໍລິໂພກ ຜະລິດຕະພັນ ຂອງ ປະຊາຊົນ.

ບັນດານາຍຊ່າງ ໝູ່ບ້ານ ເຊີນໂດ່ງ ສະແດງ ວິທີ ແກະສະຫຼັກ ຮູບປັ້ນ ໃນພິທີຕ້ອນຮັບ ໃບຢັ້ງຢືນ ໝູ່ບ້ານອາຊີບ ຝັງເປືອກຫອຍ ສີຂັດມັນ ຈວຽນໝີ໊ ແລະ ໝູ່ບ້ານອາຊີບ ແກະສະຫຼັກ ສິລະປະຫັດຖະກຳ ເຊີນໂດ່ງ ເປັນສະມາຊິກ ຂອງເຄືອຂ່າຍ ບັນດານະຄອນ ຫັດຖະກຳ ປະດິດສ້າງ ລະດັບໂລກ. ພາບ: ຫວຽດເກື່ອງ/VNP
ການວາງສະແດງ ຜະລິດຕະພັນ ຂອງໝູ່ບ້ານອາຊີບ ແກະສະຫຼັກ ສິລະປະ ເຊີນໂດ່ງ ໃນພິທີຕ້ອນຮັບ ໃບຢັ້ງຢືນສະມາ ຊິກ ຂອງເຄືອຂ່າຍ ບັນດາ ນະຄອນ ຫັດຖະກຳ ປະດິດສ້າງ ລະດັບໂລກ. ພາບ: ຫວຽດເກື່ອງ/VNP

ຢູ່ ຕາແສງ ບາດຈ່າງ, ເລື່ອງລາວ ກ່ຽວກັບອາຊີບ ຍັງຖືກເລົ່າ ດ້ວຍພື້ນທີ່ ການຜະລິດ. ຢູ່ສູນຍອດຍິ່ງ ໝູ່ບ້ານອາຊີບ ຫວຽດ ນາມ, ນັກທ່ອງທ່ຽວ ສາມາດ ຊອກຮູ້ ປະຫວັດສາດ ແລະ ຜ່ານ ປະສົບການຕົວຈິງກັບການເຮັດເຄື່ອງປັ້ນດິນເຜົາ. ເຕົາເຜົາ ໂບຮານ ທີ່ມີອາຍຸກວ່າ 100 ປີ ຖືກປ່ຽນເປັນ ຈຸດຢ້ຽມຊົມ, ຊ່ວຍ ໃຫ້ ນັກທ່ອງທ່ຽວ ເຂົ້າໃຈຍິ່ງຂຶ້ນ ກ່ຽວກັບ ພື້ນທີ່ ແລະ ເຕັກນິກ ການຜະລິດມູນເຊື້ອ.

ທ່ານນາງ ຮ່າທິວິງ, ປະທານ ສະມາຄົມ ຫັດຖະກຳ ມໍລະດົກ ແລະ ໝູ່ບ້ານອາຊີບ ຮ່າໂນ້ຍກ່າວ່າ ການຊ່ວຍໜູນ ບັນດາໝູ່ ບ້ານອາຊີບ ບໍ່ພຽງແຕ່ ຢຸດຢູ່ທີ່ ການຮັກສາ ການຜະລິດເທົ່ານັ້ນ, ແຕ່ສຳຄັນກວ່ານັ້ນ ແມ່ນຊ່ວຍໃຫ້ ຜູ້ເຮັດອາຊີບປ່ຽນແປງໃໝ່ ຄວາມຄິດ, ຍົກລະດັບມູນຄ່າ ຜະລິດຕະພັນ ແລະ ເທື່ອລະກ້າວ ເຊື່ອມໂຍງ ຢ່າງເລິກເຊິ່ງ ກວ້າງຂວາງ ກັບຕະຫຼາດ ຢູ່ພາຍໃນ ແລະ ຕ່າງປະເທດ.  

ປັດຈຸບັນ, ທົ່ວປະເທດ ມີສີ່ໝູ່ບ້ານອາຊີບ ຖືກຮັບຮອງ ແມ່ນສະມາຊິກ ເຄືອຂ່າຍ ບັນດານະຄອນ ຫັດຖະກຳ ປະດິດສ້າງໂລກ ແລະ ລ້ວນແຕ່ສັງກັດ ຮ່າໂນ້ຍຄື: ເຄື່ອງປັ້ນດິນເຜົາ ບາດຈ່າງ, ແພໄໝ ວ້ານຟຸກ, ຝັງເປືອກຫອຍ ສີຂັດມັນ ຈວຽນໝີ໊ ແລະ ແກະ ຫຼັກສິລະປະ ເຊີນໂດ່ງ.

ຕົວແທນເຕົາເຜົາໂບຮານ ອາຍຸກວ່າ 100 ປີ ຢູ່ ບາດຈ່າງ ແນະນຳ ຂັ້ນຕອນ ການຜະລິດເຄື່ອງປັ້ນດິນເຜົາແບບດັ້ງເດີມ ໃຫ້ແກ່ຜູ້ມາຢ້ຽມຢາມ. ພາບ: ແຄ໋ງລອງ/VNP
 

ທ່ານ ຫງວຽນຊວນລືວ, ຮອງປະທານ ຄະນະກຳມະການ ປະຊາ ຊົນ ນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ ຮ່າໂນ້ຍ ໄດ້ກຳນົດການພັດທະ ນາ ໝູ່ບ້ານອາຊີບ ບໍ່ພຽງແຕ່ ເພື່ອອະນຸຮັກ ມໍລະດົກ ວັດທະນະ ທຳ ເທົ່ານັ້ນ, ແຕ່ຍັງມຸ່ງໄປເຖິງ ການສ້າງ ຂະແໜງ ອຸດສາຫະກຳ ວັດທະນະທຳ ທັນສະໄໝ, ປະດິດສ້າງ ແລະ ຍືນຍົງ. ນະຄອນ ຈະສືບຕໍ່ ສະໜັບສະໜູນ ບັນດາໝູ່ບ້ານອາຊີບ ໃນການຫັນເປັນ ດີຈີຕອນ, ຝຶກອົບຮົມ ແຫຼ່ງຊັບພະຍາກອນມະນຸດ, ພັດທະນາ ເຄື່ອງໝາຍການຄ້າ ແລະ ຂະຫຍາຍ ຕະຫຼາດຕ່າງປະເທດ.

ຈາກບັນດາ ໝູ່ບ້ານຊານເມືອງ, ຜະລິດຕະພັນ ຫັດຖະກຳ ຮ່າ ໂນ້ຍ ກຳລັງ ປາກົດຕົວ ນັບມື້ນັບກວ້າງຂວາງ ໃນບັນດາຕະຫຼາດ ທົ່ວໂລກ. ແພໄໝ ຜືນໜຶ່ງ, ເຄື່ອງປັ້ນດິນເຜົາ ອັນໜຶ່ງ, ຮູບພາບ ຝັງເປືອກຫອຍ ຮູບໜຶ່ງ ຫຼື ຮູບປັ້ນ ບໍ່ພຽງແຕ່ ມີຄຸນຄ່າ ນຳໃຊ້ ເທົ່ານັ້ນ, ແຕ່ຍັງເລົ່າເລື່ອງລາວ ກ່ຽວກັບເຕັກນິກ, ວັດທະນະທຳ ແລະ ສີມື ຂອງຄົນ ຫວຽດນາມ ອີກດ້ວຍ.

ນັກທ່ອງທ່ຽວຕ່າງປະເທດ ຊອກຮູ້ ຂະບວນການປະດິດສ້າງ ບັນດາຜະລິດຕະພັນ ແພໄໝ ຢູ່ໝູ່ບ້ານ ວ້ານຟຸກ. ພາບ: ເຈິ່ນແທັງຢາງ/VNP
 

ດັ່ງນັ້ນ, ບາດຈ່າງ, ວ້ານຟຸກ, ຈວຽນໝີ໊ ແລະ ເຊີນໂດ່ງ ບໍ່ພຽງແຕ່ ເປັນທ່ີຍອມຮັບເທິງແຜນທີ່ ຫັດຖະກຳໂລກ ສໍາລັບຄຸນຄ່າ ທ່ີໄດ້ ຮັບການຮັກສາໄວ້ເທົ່ານັ້ນ, ແຕ່ຍັງລວມເຖິງຄວາມສາມາດໃນ ການຟື້ນຟູ ຫັດຖະກໍາເຫຼົ່ານັ້ນ ດ້ວຍການອະນຸລັກ ດ້ວຍມື ຂອງ ຕົນ, ການສ້າງສັນນະວັດຕະກໍາໃໝ່ໆ ແລະ ການບອກເລົ່າເລື່ອງ ລາວ ຫວຽດນາມ ຜ່ານບັນດາ ຜະລິດຕະພັນ ທີ່ພິເສດສະເພາະ, ນັ້ນແມ່ນຄວາມມີຊີວິດຊີວາ ຂອງ ອາຊີບຫັດຖະກຳ ຮ່າໂນ້ຍ ໃນຍຸກການເຊື່ອມໂຍງ.

ບົດ: ເງິນຮ່າ - ພາບ: ລອງຫງວຽ, ຈິ້ງໂບ້, ຫວຽດເກື່ອງ, ເຈິ່ນແທັງຢາງ, ແຄ໋ງລອງ/VNP


top