ດ້ວຍເນື້ອທ່ີທາງທະເລ ກວ້າງກວ່າ 1 ລ້ານ ກມ2, ທົບ 3 ເທົ່າ ເມື່ອທຽບກັບ ເນື້ອທີ່ດິນຕໍ່ແຜ່ນ, ຫວຽດນາມ ໄດ້ກໍານົດວ່າ ທະເລ ບໍ່ພຽງແຕ່ ແມ່ນຍ່ານເວຫາອະທິປະໄຕ ອັນສັກສິດ ເທົ່ານັ້ນ, ແຕ່ຍັງແມ່ນ ພື້ນທີ່ຂະຫຍາຍຕົວ ທາງຍຸດທະສາດ ອີກດ້ວຍ. ມະຕິສະບັບທີ 20-NQ/TW ທີ່ຮັບຮອງເອົາ ໃນກອງປະຊຸມ ຄັ້ງທີ 3 ຂອງ ຄະນະບໍລິຫານງານ ສູນກາງພັກ ສະໄໝທີ XIV ໃນວັນທີ 28 ກໍລະກົດ 2026 ໄດ້ຫັນປ່ຽນ ຈາກການຂຸດຄົ້ນ ແລະ ພັດທະນາ ເສດຖະກິດທະເລ ໄປສູ່ການສ້າງ ຫວຽດນາມ ໃຫ້ກາຍເປັນ ປະເທດທີ່ເຂັ້ມແຂງທາງທະເລ.
ດ້ວຍເນື້ອທ່ີທາງທະເລ ກວ້າງກວ່າ 1 ລ້ານ ກມ2, ທົບ 3 ເທົ່າ ເມື່ອທຽບກັບ ເນື້ອທີ່ດິນຕໍ່ແຜ່ນ, ຫວຽດນາມ ໄດ້ກໍານົດວ່າ ທະເລ ບໍ່ພຽງແຕ່ ແມ່ນຍ່ານເວຫາອະທິປະໄຕ ອັນສັກສິດ ເທົ່ານັ້ນ, ແຕ່ຍັງແມ່ນ ພື້ນທີ່ຂະຫຍາຍຕົວ ທາງຍຸດທະສາດ ອີກດ້ວຍ. ມະຕິສະບັບທີ 20-NQ/TW ທີ່ຮັບຮອງເອົາ ໃນກອງປະຊຸມ ຄັ້ງທີ 3 ຂອງ ຄະນະບໍລິຫານງານ ສູນກາງພັກ ສະໄໝທີ XIV ໃນວັນທີ 28 ກໍລະກົດ 2026 ໄດ້ຫັນປ່ຽນ ຈາກການຂຸດຄົ້ນ ແລະ ພັດທະນາ ເສດຖະກິດທະເລ ໄປສູ່ການສ້າງ ຫວຽດນາມ ໃຫ້ກາຍເປັນ ປະເທດທີ່ເຂັ້ມແຂງທາງທະເລ.
ເຊົ້າວັນທີ 20 ກໍລະກົດ 2026, ຢູ່ ສຳນັກງານສູນກາງພັກ ໄດ້ໄຂກອງປະຊຸມ ຄັ້ງທີ 3 ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV. ພາບ: VNA
ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ໂຕລິມ ກ່າວຄຳເຫັນ ອັດກອງປະຊຸມ
ຄະນະບໍລິຫານງານສູນກາງພັກ ຄັ້ງທີ 3, ສະໄໝທີ XIV. ພາບ: VNA
ຈຸດເດັ່ນຂອງມະຕິ ແມ່ນການປ່ຽນແປງ ໃນຈິນຕະນາການ ການພັດທະນາ: ຈາກການຂຸດຄົ້ນ ຊັບພະຍາກອນທາງທະເລ ໄປສູ່ ການບໍລິຫານທະເລ ແບບທັນສະໄໝ; ຈາກການພັດທະນາ
ເສດຖະກິດທະເລ ໄປສູ່ການສ້າງ ແລະ ພັດທະນາປະເທດ ທີ່ເຂັ້ມແຂງທາງທະເລ. ສະນັ້ນ, ທະເລ
ບໍ່ພຽງແຕ່ ແມ່ນແຫຼ່ງ ຊັບພະຍາກອນເທົ່ານັ້ນ,
ແຕ່ຍັງແມ່ນພື້ນທີ່ ເພື່ອສ້າງເປັນຂົ້ວ ການເຕີບໂຕ, ບັນດາຂະແໜງເສດຖະກິດ
ແລະ ແຮງຂັບເຄື່ອນ ການພັດທະນາໃໝ່;
ທັງແມ່ນໜຶ່ງ ໃນບັນດາເສົາຄໍ້າ ທີ່ສໍາຄັນ ຂອງພາລະກິດສ້າງສາ
ແລະ ປົກປັກຮັກສາປະເທດຊາດ.
ຈິນຕະນາການໃໝ່ ໄດ້ວາງອອກຄວາມຮຽກຮ້ອງ ໃຫ້ສ້າງລະບົບ ການບໍລິຫານທະເລ ແບບທັນສະໄໝ,
ເປັນເອກະພາບ ແລະ ເຊື່ອມໂຍງກັນ, ໂດຍອີງໃສ່ຖານຂໍ້ມູນ
ແລະ ການວາງຜັງ ພື້ນທີ່ ທະເລແຫ່ງຊາດ. ການຄຸ້ມຄອງທະເລ ບໍ່ພຽງແຕ່ຈໍາກັດຢູ່ທີ່
ໜ້າທະເລເທົ່ານັ້ນ,
ແຕ່ຍັງກວມເອົາ ທັງພື້ນທະເລ, ພື້ນດິນ
ກ້ອງທະເລ, ບັນດາເກາະ,
ເຂດແຄມຝັ່ງ ແລະ ນ່ານຟ້າ ເທິງທະເລ; ພ້ອມກັນນັ້ນ, ກໍເພີ່ມທະວີການເຊື່ອມໂຍງ
ລະຫວ່າງ ດິນຕໍ່ແຜ່ນ ກັບທະເລ,
ເກາະ,
ລະຫວ່າງການພັດທະນາ ເສດຖະກິດ ກັບ ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ
ແລະ ການປົກປັກຮັກສາສິ່ງແວດລ້ອມ.
ມະຕິກໍານົດ ການສ້າງລະບຽບ ວ່າດ້ວຍ ການພັດທະນາ ປະເທດ ທີ່ເຂັ້ມແຂງທາງທະເລ ແລະ ການບໍລິຫານທະເລ ແບບທັນສະໄໝ ແມ່ນບາດກ້າວ ບຸກທະລຸ ທາງຍຸດທະສາດ. ຄຽງຄູ່ກັບ ການປ່ຽນແປງໃໝ່
ວຽກງານວາງຜັງພື້ນທີ່ທະເລແຫ່ງຊາດ,
ຫວຽດນາມ ມຸ່ງໄປສູ່ ການຂຸດຄົ້ນສັກກະຍະພາບ ແລະ
ຂໍ້ໄດ້ປຽບຂອງທະເລ ຢ່າງມີປະສິດທິພາບ ກວ່າເກົ່າ, ສ້າງເປັນ ຂົ້ວການເຕີບໂຕ, ສູນເສດຖະກິດ, ແລວເສດຖະກິດທະເລ
ແລະ ພື້ນທີ່ການພັດທະນາໃໝ່.
ເປັນຈຸດພັກຜ່ອນ ຕາກອາກາດ ທີ່ມີຊື່ສຽງ ດຶງດູດນັກທ່ອງທ່ຽວ, ເຂດເສດຖະກິດພິເສດ
ຝູ໋ກວັກ (ແຂວງ ກຽນຢາງ) ພວມຫັນປ່ຽນ ຢ່າງແຂງແຮງ, ມຸ່ງໄປສູ່ການເປັນ
ສູນເສດຖະກິດທະເລ ຂະໜາດໃຫຍ່ ລະດັບຊາດ ແລະ ພາກພື້ນ. ພາບ: ເຈືອງຝູ໋ກວັກ
ການປ່ຽນແປງນີ້ ຍັງສະແດງອອກ ໃນວິທີການເຂົ້າເຖິງແຫຼ່ງ ຊັບພະຍາກອນ ທາງທະເລ. ແທນທີ່ຈະສຸມໃສ່ ພຽງແຕ່ ການຂຸດຄົ້ນ ຊັບພະຍາກອນ, ການພັດທະນາທະເລ
ໄດ້ຖືກ ວາງອອກ ບົນພື້ນຖານວິທະຍາສາດ,
ເຕັກໂນໂລຊີ,
ນະວັດຕະກໍາ,
ການປ່ຽນແປງເປັນ ດີຈີຕອນ ແລະ ແຫຼ່ງ ຊັບພະຍາກອນມະນຸດ
ທີ່ມີຄຸນະພາບສູງ. ຄຽງຄູ່ກັນນັ້ນ,
ຫວຽດນາມ ກໍານົດທິດ ພັດທະນາ ບັນດາລັດວິສາຫະກິດທະເລ ໃຫ້ເຂັ້ມແຂງ, ໂດຍສະເພາະ
ແມ່ນບັນດາກຸ່ມບໍລິສັດ,
ບໍລິສັດໃຫຍ່ ທີ່ມີຂະໜາດໃຫຍ່; ບຸກທະລຸ
ໃນການ ພັດທະນາ ຂະແໜງເສດຖະກິດທະເລ ແບບທັນສະໄໝ, ສີຂຽວ, ອັດສະລິຍະ
ແລະ ບັນດາຂົງເຂດທະເລໃໝ່;
ພັດທະນາໂຄງລ່າງທະເລ ຢ່າງຄົບຊຸດ, ຂະຫຍາຍພື້ນທີ່
ການພັດທະນາ ແຫ່ງຊາດ ແລະ ສ້າງເປັນສູນເສດຖະກິດທະເລ ທີ່ເຂັ້ມແຂງ ຂອງປະເທດ ແລະ
ພູມີພາກ.
“ເຂັ້ມແຂງຍ້ອນທະເລ, ມັ່ງຄັ່ງ ຈາກທະເລ” ບໍ່ພຽງແຕ່ໃນຂະໜາດ ການຂຸດຄົ້ນ ຫຼື
ການປະກອບສ່ວນ ຂອງ ເສດຖະກິດທະເລ ເທົ່ານັ້ນ,
ແຕ່ຍັງນັບມື້ນັບ ຕິດພັນກັບ ຄວາມສາມາດ ໃນການ ເປັນເຈົ້າ
ພື້ນທີ່ທະເລ, ເຕັກໂນໂລຊີ ທະເລ,
ໂຄງລ່າງທະເລ ແລະ ຄວາມສາມາດໃນການຈັດຕັ້ງ, ບໍລິຫານແຫຼ່ງຊັບພະຍາກອນ
ທາງທະເລຢ່າງມີປະສິດທິພາບ.
ໜຶ່ງໃນເນື້ອໃນທີ່ຊອດທະລຸ ຂອງທິດທາງໃໝ່ ແມ່ນ ການພັດທະນາທະເລ ຕ້ອງໄປຄຽງຄູ່ກັບ ການປົກປັກຮັກສາ ສິ່ງແວດລ້ອມ ແລະ
ການອະນຸລັກລະບົບນິເວດ. ການຂຸດຄົ້ນ,
ນໍາໃຊ້ຊັບພະຍາກອນທະເລ ຖືກວາງຢູ່ໃນຂອບເຂດນິເວດ ແລະ
ຄວາມສາມາດຮອງຮັບ ຂອງສິ່ງແວດລ້ອມທະເລ,
ມະຫາສະໝຸດ;
ພ້ອມນັ້ນເປັນເຈົ້າການ ຮັບມືກັບການປ່ຽນແປງຂອງພູມອາກາດ, ການປ່ຽນແປງຂອງ
ມະຫາສະໝຸດ, ຍົກສູງຄວາມສາມາດ ດ້ານການຕ້ານທານ ແລະ ຫຼຸດຜ່ອນຄວາມສ່ຽງ ຈາກໄພທໍາມະຊາດ.
ມະຕິ ໄດ້ວາງການພັດທະນາເສດຖະກິດທະເລໄວ້ ໃນສາຍພົວພັນ ຢ່າງແໜ້ນແຟ້ນ ກັບການປົກປັກຮັກສາ ແລະ
ສ້າງສາປະເທດຊາດ. ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຄວາມປອດໄພເທິງທະເລ
ແລະ ເກາະ ໄດ້ຕິດພັນກັບ ການພັດທະນາເສດຖະກິດ, ການປົກປັກຮັກສາສິ່ງແວດລ້ອມ
ແລະ ການເຊື່ອມໂຍງສາກົນ, ມຸ່ງໄປສູ່ການຮັກສາ ສະພາບແວດລ້ອມ ສັນຕິພາບ, ຄວາມໝັ້ນທ່ຽງ ເພື່ອການພັດທະນາ.
ການເດີນສວນສະໜາມ ຂອງ ບັນດາກຳລັງປະກອບອາວຸດ ທາງທະເລ, ໂດຍມີການເຂົ້າຮ່ວມ
ຂອງ ທະຫານເຮືອປະຊາຊົນ ຫວຽດນາມ, ກອງກຳລັງປ້ອງກັນຊາຍຝັ່ງທະເລ ຫວຽດນາມ, ທະ ຫານຊາຍແດນ, ກອງຮ້ອຍ ກອງຫຼອນລາດຕະເວນທະເລ ພ້ອມດ້ວຍພາຫະນະ, ອາວຸດ ຍຸດໂທປະກອນ ທີ່ທັນສະໄໝ ຫຼາຍຢ່າງ ເພື່ອສະເຫຼີມສະຫຼອງ 80 ປີ ວັນຄົບຮອບ ການປະຕິວັດ ເດືອນສິງຫາ ສໍາເລັດຜົນ ແລະ ວັນຊາດ ທີ 2 ກັນຍາ. ພາບ: ເຫຼົ່າທັບທະຫານເຮືອ/VNA
ບັນດາວິສາຫະກິດ ນ້ຳມັນອາຍແກັສ ຢູ່ ນະຄອນໂຮ່ຈີມິນ ພວມພະຍາຍາມ ພັດທະນາ, ມຸ່ງໄປສູ່ ການສ້າງນະຄອນ ໃຫ້ກາຍເປັນ ສູນເສດຖະກິດທະເລແຫ່ງຊາດ, ເຂົ້າຮ່ວມ ຢ່າງກວ້າງຂວາງ ໃນຕ່ອງໂສ້ ການສະໜອງພະລັງງານ ນອກຝັ່ງ ທົ່ວໂລກ. ພາບ:
ດວ່ານແມ້ງເຢືອງ/VNA
ໄຟຟ້າພະລັງງານລົມ ກ່າເມົາ ໄດ້ຮັບການກຳນົດວ່າ ແມ່ນໜຶ່ງ ໃນບັນດາທ່າແຮງ ດ້ານອຸດສາຫະກຳພະລັງງານ
ຂອງທ້ອງຖິ່ນ. ດ້ວຍຄວາມໄວລົມທະເລ ສະເລ່ຍ 6,3-7ມ/ວິນາທີ ຢູ່ລະດັບ ຄວາມສູງ 80-100 ມ, ເຂດນີ້ ແມ່ນມີຄວາມສະດວກຫຼາຍ ໃຫ້ກັບ ການພັດທະນາ ໄຟຟ້າພະລັງງານລົມ; ຍິ່ງອອກໄປໄກຈາກຝັ່ງ, ຄວາມໄວລົມ ຍິ່ງສູງຂຶ້ນ. ພາບ: ເລມິງ/VNP
ທິດທາງນີ້ ຍັງຍົກສູງບົດບາດ ຂອງ ຊຸມຊົນ ແຄມຝັ່ງທະເລ. ການສ້າງ ວັດທະນະທໍາທະເລ,
ຍົກສູງຊີວິດການເປັນຢູ່ ຂອງ ປະຊາຊົນ ແລະ
ເສີມຂະຫຍາຍກໍາລັງແຮງ ຂອງປະຊາຊົນ ຢູ່ເຂດແຄມຝັ່ງທະເລ, ເກາະ
ທ່ີຖືວ່າ ແມ່ນສ່ວນໜຶ່ງ ຂອງ ຂະບວນການ ປົກປັກຮັກສາ ແລະ ສ້າງສາ ປະເທດຊາດ.
ການສ້າງປະເທດທະເລ ທີ່ເຂັ້ມແຂງ ຈຶ່ງບໍ່ພຽງແຕ່ ແມ່ນ ພາລະກິດ ຂອງບັນດາອົງການຄຸ້ມຄອງ
ຫຼື ບັນດາຂະແໜງ ເສດຖະກິດທະເລເທົ່ານັ້ນ,
ແຕ່ແມ່ນພາລະກິດ ຂອງ ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ
ແລະ ທົ່ວລະບົບການເມືອງ;
ທັງແມ່ນ ສິດທິ,
ຄວາມຮັບຜິດຊອບ ແລະ ພັນທະ ຂອງ ບັນດາອົງການ, ວິສາຫະກິດ
ແລະ ທຸກຊັ້ນຄົນ.
ມະຕິໄດ້ວາງເປົ້າໝາຍລວມ ຮອດປີ 2030, ວິໄສທັດຮອດປີ 2045, ດ້ວຍ 6
ໝວດເປົ້າໝາຍ ໃນໄລຍະ 2026-2030, ປະກອບມີ:
ເສດຖະກິດ; ການພັດທະນາພື້ນທີ່ ແລະ ໂຄງລ່າງທະເລ;
ວິທະຍາສາດ,
ເຕັກໂນໂລຊີ,
ນະວັດຕະກໍາ ແລະ ການຫັນປ່ຽນເປັນ ດີຈີຕອນ; ການບໍລິຫານພື້ນທີ່ທະເລ, ການປົກປັກຮັກສາສິ່ງແວດລ້ອມ
ແລະ ການພັດທະນາ ແບບຍືນຍົງ;
ວັດທະນະທໍາ,
ສັງຄົມ;
ປ້ອງກັນຊາດ,
ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ.
ດ່າໜັງ ໄດ້ທຳມະຊາດ ດົນບັນດານໃຫ້ມີຫາດຊາຍທະເລ ທີ່ສວຍງາມຫຼາຍແຫ່ງ ແລະ ບັນດາເກາະ ທີ່ຍັງຄົງເປັນ
ທໍາມະຊາດ, ສ້າງເປັນ ທັດສະນີຍະພາບ ທີ່ໃຫຍ່ໂຕມະໂຫຖານ ແລະ ໂຣແມນຕິກ. ພາບ: ແທັງຮວ່າ/VNP
ເພື່ອຜັນຂະຫຍາຍເປົ້າໝາຍເຫຼົ່ານີ້ ໃຫ້ປະກົດຜົນເປັນຈິງ, 9 ໝວດ ໜ້າທີ່, ມາດຕະການໃຫຍ່ໄດ້ຖືກກໍານົດ, ໂດຍສຸມໃສ່ ບັນດາເນື້ອໃນ: ເພີ່ມທະວີການນໍາພາ ຂອງ ພັກ,
ປ່ຽນແປງໃໝ່ ຈິນຕະນາການ, ຍົກສູງຄວາມຮັບຮູ້
ກ່ຽວກັບການພັດທະນາ ປະເທດທີ່ເຂັ້ມແຂງທາງທະເລ, ຍົກສູງປະສິດທິພາບ, ປະສິດທິຜົນ
ການບໍລິຫານທະເລ ແຫ່ງຊາດ;
ປັບປຸງລະບອບລະ ບຽບ,
ປ່ຽນແປງໃໝ່ ວຽກງານແຜນຜັງພື້ນທີ່ທະເລແຫ່ງຊາດ, ສ້າງບາດກ້າວບຸກທະລຸ
ການພັດທະນາ ປະເທດທີ່ເຂັ້ມແຂງ ທາງທະເລ;
ລະດົມ,
ເສີມຂະຫຍາຍ ແລະ ນໍາໃຊ້ບັນດາແຫຼ່ງ ຊັບພະຍາກອນ ຢ່າງມີປະສິດທິຜົນ, ພັດທະນາລັດວິສາຫະກິດ
ທະເລ ຢ່າງເຂັ້ມແຂງ,
ໂດຍສະເພາະແມ່ນ ບັນດາກຸ່ມບໍລິສັດ, ບໍລິສັດໃຫຍ່
ທີ່ມີຂະໜາດໃຫຍ່;
ພັດທະນາວິທະຍາສາດ,
ເຕັກໂນໂລຊີ,
ນະວັດຕະກໍາ,
ການຫັນເປັນ ດີຈີຕອນ ແລະ ແຫຼ່ງຊັບພະຍາກອນມະນຸດ ທີ່ມີຄຸນະພາບສູງ; ມີການບຸກທະລຸ ໃນການພັດທະນາ ຂະແໜງ ເສດຖະກິດທະເລ ແບບທັນສະໄໝ, ສີຂຽວ, ອັດສະລິຍະ ແລະ ບັນດາຂະແໜງ,
ຂົງເຂດທະເລໃໝ່;
ພັດທະນາໂຄງລ່າງທະເລຢ່າງຄົບຊຸດ, ຂະຫຍາຍພື້ນທີ່
ການພັດທະນາແຫ່ງຊາດ,
ສ້າງເປັນສູນເສດຖະກິດທະເລ ທີ່ເຂັ້ມແຂງ ຂອງ ປະເທດ ແລະ ພາກພື້ນ; ປົກປັກຮັກສາ
ສິ່ງແວດລ້ອມ, ອະນຸລັກ ລະບົບນິເວດທະເລ;
ເປັນເຈົ້າການ ປັບຕົວ ເຂົ້າກັບ ການປ່ຽນແປງຂອງພູມອາກາດ; ຍົກສູງ
ຄວາມສາມາດ ຕ້ານທານ ຂອງບັນດາທ້ອງຖິ່ນແຄມຝັ່ງທະເລ, ເກາະ.
ຈາກ “ເຂັ້ມແຂງຍ້ອນທະເລ, ມັ່ງຄັ່ງຈາກທະເລ” ໄປຫາ “ປະເທດທີ່ເຂັ້ມແຂງທາງທະເລ” ແມ່ນບາດກ້າວປ່ຽນແປງ ກ່ຽວກັບຈິນຕະນາການ ການພັດທະນາ. ທະເລ ບໍ່ພຽງແຕ່ຖືວ່າ ແມ່ນແຫຼ່ງຊັບພະຍາກອນ ທີ່ຕ້ອງຂຸດຄົ້ນເທົ່ານັ້ນ, ແຕ່ກາຍເປັນ ພື້ນທີ່ຍຸດທະສາດ ທີ່ຕ້ອງໄດ້ຮັບການບໍລິຫານ, ປົກປັກຮັກສາ ແລະ ພັດທະນາແບບຍືນຍົງ. ດ້ວຍວິທີການເຂົ້າເຖິງນັ້ນ, ຫວຽດນາມ ມຸ່ງສູ່ ການສ້າງກໍາລັງແຮງທະເລ ຢ່າງຮອບດ້ານ, ປະສານສົມທົບຢ່າງກົມກຽວ ລະຫວ່າງ ການພັດທະນາ ເສດຖະກິດ, ວິທະຍາສາດ ເຕັກໂນໂລຊີ, ການປົກປັກຮັກສາ ສິ່ງແວດລ້ອມ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ, ນໍາເອົາທະເລ ກາຍເປັນ ໜຶ່ງໃນບັນດາ ເສົາຄໍ້າ ສໍາຄັນ ຂອງ
ກໍາລັງແຮງ ສັງລວມແຫ່ງຊາດ.
ບົດ: ລອງຫງວຽນ - ພາບ: ແທງຮ່ວາ, ເລມິງ/VNP, ເຈືອງຝູ໋ກວັກ
ແລະ VNA