ຂ່າວສານ

ຈັດ​​ການ​ເຄື່ອນ​ໄຫວ​ຢ້ຽມ​ຢາມ, ມອບ​ຂອງ​ຂວັນ​ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ ຫວຽດ​ນາມ 2022

ຕອນບ່າຍວັນທີ 12 ມັງກອນ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນກວາງເຟືອງ ພ້ອມດ້ວຍຄະນະປະຕິບັດງານ ໄດ້ໄປຢ້ຽມຢາມ ແລະ ອວຍພອນກຳລັງປະກອບອາວຸດ ທະຫານເຂດ 9 ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ຫວຽດນາມ 2022.
ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນກວາງເຟືອງ ກ່າວຄຳເຫັນທີ່ການຢ້ຽມຢາມທະຫານເຂດ 9 (ພາບ: qdnd.vn)

ທ່ານຮອງປະທານສະພາແຫ່ງຊາດ ຕີລາຄາສູງກຳລັງປະກອບອາວຸດທະຫານເຂດ 9 ໃນຕະຫຼອດໄລຍະຜ່ານມາ, ສຸມໃສ່ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ພິເສດແມ່ນແຕ່ງຕັ້ງພະນັກງານ, ນັກຮົບເຂົ້າຮ່ວມການໜູນຊ່ວຍທ້ອງຖິ່ນໃນວຽກງານປ້ອງກັນ, ຕ້ານໂລກລະບາດ, ເກັບກ່ຽວຜົນລະປູກ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນກວາງເຟືອງ ເນັ້ນໜັກວ່າ ໃນໄລຍະຜ່ານມາ, ກຳລັງປະກອບອາວຸດທະຫານເຂດ 9 ຈະສືບຕໍ່ສົມທົບກັບທ້ອງຖິ່ນຕ່າງໆຢູ່ເຂດທົ່ງພຽງ ແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອປະຕິບັດໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃຫ້ມີປະສິດທິຜົນ ແລະ ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ຈັດຕັ້ງການຕ້ອນຮັບບຸນປີໃໝ່ໃຫ້ແກ່ທະຫານ ແລະ ປະຊາຊົນ ໃຫ້ເປັນຢ່າງດີ.

        ໂດຍສືບຕໍ່ການຢ້ຽມຢາມ ແລະ ມອບຂອງຂວັນເນື່ອງໃນໂອກາດບຸນປີໃໝ່ຢູ່ເກາະແຫ່ງຕ່າງໆຢູ່ເຂດທະເລທາງທິດຕາເວັນຕົກສ່ຽງໃຕ້, ວັນທີ 12 ພະຈິກ, ຄະນະປະຕິບັດງານຂອງກອງບັນຊາການທະຫານເຂດ 5 ທະຫານເຮືອ, ບັນດາແຂວງ, ນະຄອນເຂດທົ່ງພຽງແມ່ນ້ຳຂອງ ຫວຽດນາມ, ແຂວງ ບິ່ງດິ້ງ, ດົງນາຍ ແລະ ບັນດານັກຂ່າວ ກໍໄດ້ໄປຢ້ຽມຢາມ, ມອບຂອງຂວັນອວຍພອນບັນດາກົມກອງຢູ່ເກາະ ໂທ່ຈູ ແຂວງ ກຽນຢາງຂອງ ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່.

        ໃນຕອນບ່າຍຂອງວັນດຽວກັນ, ຄະນະຈັດຕັ້ງລາຍການ “ລະດູບານໃໝ່ ເຈື່ອງຊາ” ປີ 2022 ໄດ້ມອບງົບປະມານກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ ຈຳນວນ 80 ລ້ານດົ່ງຕໍ່ຫຼັງ ໃຫ້ແກ່ 2 ຄອບຄົວນັກຮົບ ໄດ້ ແລະ ກຳລັງຮັບໃຊ້ກຳລັງທະຫານເຮືອ ແລະ ມອບຂອງຂວັນ ຈຳນວນ 50 ພູດໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ, ຄອບຄົວທຸກຍາກ, ຄອບຄົວປະສົບກັບຄວາມຫຍຸ້ງຍາກຢູ່ຕາແສງ ນາມເວິນ, ນະຄອນ ນາມດິ້ງ, ແຂວງນາມດິ້ງ.

(ແຫຼ່ງຄັດຈາກ VOV)


top