ຂ່າວສານ

ຈັດ​ລາຍ​ການ “​ລະ​ດູ​ບານ​ໃໝ່ຂອງ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ສ້າງ​ຄວາມ​ອົບ​ອຸ່ນ​ແກ່​ພໍ່​ແມ່​ພີ່​ນ້ອງ​ຊາວ​ບ້ານ” ຕ້ອນ​ຮັບ​ບຸນ​ເຕັດ

ລາຍການ “ລະດູບານໃໝ່ຂອງທະຫານປ້ອງກັນຊາຍແດນ ສ້າງຄວາມອົບອຸ່ນແກ່ພໍ່ແມ່ພີ່ນ້ອງຊາວບ້ານ” ຕ້ອນຮັບບຸນເຕັດ ໂດຍກອງບັນຊາການທະຫານປ້ອງກັນຊາຍແດນ, ສູນກາງສະຫະພັນແມ່ຍິງ ຫວຽດນາມ ໄດ້ສົມທົບກັບແຂວງເທື່ອທຽນເຫວ້ ຈັດຂຶ້ນໃນຕອນຄ່ຳວັນທີ 8 ມັງກອນ, ຢູ່ເມືອງ ອາເລື໊ອຍ, ແຂວງ ເທື່ອທຽນເຫວະ.
  ທ່ານຫວໍວັນເຖືອງ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ກ່າວຄຳເຫັນທີ່ລາຍການ (ພາບ: TTXVN)  

ດ້ວຍກິດຈະກຳຫຼາຍຢ່າງຄື: ມອບ “ເຮືອນແຫ່ງ ຄວາມອົບອຸ່ນໃຫ້ແກ່ຄົນທຸກຍາກຢູ່ເຂດຊາຍແດນ”, ງົວພັນ, ຂອງຂວັນປີໃໝ່ໃຫ້ແກ່ຄອບຄົວນັກປະຕິວັດອາວຸໂສ, ນັກຮຽນ ແລະ ຄອບຄົວທຸກຍາກຢູ່ເມືອງ ອາເລືອຍ; ກວດປິ່ນປົວພະຍາດ, ແຈກຢາຍຢຸກຢາຟຼີ; ຈັດກິດຈະກຳວັດທະນະທຳ, ກິລາ, ການລະຫຼີ້ນພື້ນເມືອງ; ແຂ່ງຂັນຫໍ່ເຂົ້າຕົ້ມອີກດ້ວຍ.

ເຂົ້າຮ່ວມລາຍການ, ທ່ານຫວໍວັນເຖືອງ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ກ່າວວ່າ:

“ຄຸນຄ່າອັນແທ້ຈິງທີ່ທາງລາຍການນຳມາ ແມ່ນການສະແດງຄວາມຮູ້ບຸນຄຸນຂອງພະນັກງານນັກຮົບທີ່ມີຕໍ່ປະຊາຊົນ. ນີ້ແມ່ນວັນບຸນຂອງພໍ່ແມ່ປະຊາຊົນບັນດາເຜົ່າຢູ່ເຂດຊາຍແດນ, ເຂດທະເລໝູ່ເກາະ; ແມ່ນກິດຈະກຳວັດທະນະທຳທີ່ມີຄວາມໝາຍທີ່ສຸດ, ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳ, ນຳມາເຊິ່ງຄວາມສຸກ, ຄວາມເບີກບານມ່ວນຊື່ນໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ເຂດຊາຍແດນ ເມື່ອລະດູບານໃໝ່ວຽນມາ”.

ກ່ອນໜ້ານັ້ນ, ທ່ານຜູ້ປະຈຳການຄະນະເລຂາທິການສູນກາງພັກ ຫວໍວັນເຖືອງ  ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດ ແລະ ມອບຂອງຂວັນໃຫ້ແກ່ອຳນາດການປົກຄອງ, ປະຊາຊົນ, ນັກຮຽນ, ກຳລັງຄຸ້ມຄອງຊາຍແດນ ຫວຽດນາມ ແລະ ລາວ ຢູ່ປ້ອມປ້ອງກັນຊາຍແດນ ດ່ານຊາຍແດນ ຮົ່ງເວິນ, ເມືອງ ອາເລືອຍ.

 


top