ຂ່າວສານ

ຈັດ​ບັນ​ດາຖ້ຽວ​ບິນ​ສົ່ງ​ຊາວ​ ຫວຽດ​ນາມ ອ​າ​ໄສ​ຢູ່ ຢູ​ແກຼນ ກັບ​ຄືນ​ປະ​ເທດ

ໄລ່ຮອດເວລາ 17 ໂມງຂອງວັນທີ 6 ມີນາ, ບັນດາອົງການຜູ້ຕາງໜ້າ ຫວຽດນາມ ໄດ້ຕ້ອນຮັບຊາວ ຫວຽດນາມ ກວ່າ 2.500 ຄົນ ທີ່ໄດ້ຍົກຍ້າຍມາຈາກເຂດສູ້ຮົບຢູ່ ຢູແກຼນ.

ໄລ່ຮອດເວລາ 17 ໂມງຂອງວັນທີ 6 ມີນາ, ບັນດາອົງການຜູ້ຕາງໜ້າ ຫວຽດນາມ ໄດ້ຕ້ອນຮັບຊາວ ຫວຽດນາມ ກວ່າ 2.500 ຄົນ ທີ່ໄດ້ຍົກຍ້າຍມາຈາກເຂດສູ້ຮົບຢູ່ ຢູແກຼນ.

    

ຮັບພົນລະເມືອງ ຫວຽດນາມ ຢູ່ ຢູແກຼນ ໄປ ຣູມານີ (ພາບ: TTXVN)

ກ່ຽວຂ້ອງເຖິງສະພາບການປົກປ້ອງພົນລະເມືອງ ຢູ່ ຢູແກຼນ, ຕາມອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ ຢູແກຼນ ແລະ ບັນດາປະເທດບ້ານໃກ້ເຮືອນຄຽງແລ້ວ, ໄລ່ຮອດເວລາ 17 ໂມງຂອງວັນທີ 6 ມີນາ, ບັນດາອົງການຜູ້ຕາງໜ້າ ຫວຽດນາມ ໄດ້ຕ້ອນຮັບຊາວ ຫວຽດນາມ ກວ່າ 2.500 ຄົນ ທີ່ໄດ້ຍົກຍ້າຍມາຈາກເຂດສູ້ຮົບຢູ່ ຢູແກຼນ. ກະຊວງການຕ່າງປະເທດ ຫວຽດນາມ ຕັ້ງໜ້າສົມທົບກັບບັນດາກະຊວງ, ຂະແໜງການ, ອົງການທີ່ກ່ຽວຂ້ອງ ແລະ ບໍລິສັດການບິນ ຈັດ 2 ຖ້ຽວບິນສົ່ງຊາວ ຫວຽດນາມ ກັບຄືນມາປະເທດໃນວັນທີ 7 ມີນາ ຈາກ ຣູມານີ ແລະ ວັນທີ 9 ມີນາ ຈາກ ໂປໂລຍ.

(ແຫຼ່ງຄັດຈາກ VOV)


top