ຂ່າວສານ

ຈັດ​ຕັ້ງ ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ ມີ ​ສາມ​ຂັ້ນເພື່ອ​ເໝາະ​ສົມ​ກັບ​ການ​ປັບ​ປຸງ​ກົງ​ຈັກ​ລັດ ໃຫ້​ກະ​ທັດ​ລັດ​

ບັນດາສະມາຊິກສະພາແຫ່ງຊາດໄດ້ເຫັນດີເປັນເອກະພາບຕໍ່ເລື່ອງປັບປຸງກົດໝາຍວ່າດ້ວຍການຫັນບັນດາແຜນນະໂຍບາຍຂອງພັກ, ລັດ ກ່ຽວກັບການສັບຊ້ອນ, ປັບປຸງໃຫ້ກະທັດລັດ, ຍົກສູງປະສິດທິຜົນ, ປະສິດທິພາບຂອງກົງຈັກລັດ ໃຫ້ເປັນລະບອບລະບຽບການ.
ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸດທີ XV

ໂດຍສືບຕໍ່ໂຄງການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸດທີ XV, ຕອນບ່າຍວັນທີ 19 ພຶດສະພາ, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຈັດຕັ້ງອົງການໄອຍະການປະຊາຊົນ.

ບັນດາສະມາຊິກສະພາແຫ່ງຊາດໄດ້ເຫັນດີເປັນເອກະພາບຕໍ່ເລື່ອງປັບປຸງກົດໝາຍວ່າດ້ວຍການຫັນບັນດາແຜນນະໂຍບາຍຂອງພັກ, ລັດ ກ່ຽວກັບການສັບຊ້ອນ, ປັບປຸງໃຫ້ກະທັດລັດ, ຍົກສູງປະສິດທິຜົນ, ປະສິດທິພາບຂອງກົງຈັກລັດ ໃຫ້ເປັນລະບອບລະບຽບການ. ອົງການໄອຍະການປະຊາຊົນຈະປ່ຽນແປງຈາກ ຮູບແບບ 4 ຂັ້ນໃນປັດຈຸບັນ (ຂັ້ນສູງສຸດ, ຂັ້ນສູງ, ຂັ້ນແຂວງ, ຂັ້ນເມືອງ) ມາເປັນ 3 ຂັ້ນ (ຂັ້ນສູງສຸດ, ຂັ້ນແຂວງ ແລະ ເຂດ). ທ່ານ ຫງວຽນເຕິມຮູ່ງ ສະມາຊິກສະພາແຫ່ງຊາດແຂວງ ບ່າເຣ້ຍ - ຫວູງເຕົາ ໃຫ້ຮູ້ວ່າ:

ຮ່າງມະຕິກົດໝາຍກຳນົດລະບົບການຈັດຕັ້ງອົງການໄອຍະການປະຊາຊົນລວມມີ 3 ຂັ້ນລະອຽດແມ່ນ: ອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນຂັ້ນແຂວງ ແລະ ອົງການໄອຍະການປະຊາຊົນຂັ້ນເຂດ. ຂ້າພະເຈົ້າເຫັນດີຕໍ່ການກຳນົດທິດປັບປຸງນີ້ ຍ້ອນວ່າມັນເໝາະສົມກັບແຜນນະໂຍບາຍບໍ່ມີອຳນາດການປົກຄອງຂັ້ນເມືອງ. ຂ້າພະເຈົ້າສະເໜີຄະນະຮຽບຮຽງຮ່າງມະຕິກົດໝາຍພິຈາລະນາ, ຕີລາຄາຢ່າງລະອຽດກ່ວາອີກກ່ຽວກັບລັກສະນະເໝາະສົມຂອງຮ່າງກົດໝາຍ ກັບທຳນຽມສາກົນ ເຊິ່ງຫວຽດນາມແມ່ນສະມາຊິກ, ເປັນຕົ້ນແມ່ນບັນດາຄຳໝັ້ນສັນຍາກ່ຽວກັບສິດທິມະນຸດ ໃນການເຄື່ອນໄຫວຮ້ອງທຸກຮ້ອງຟ້ອງ.


top