ຂ່າວສານ

ຈັດບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ​ຢູ່​ລາວ

ປຊຊ ລາວ ຖືວ່າ, ພາຍຫຼັງວັນບຸນອອກພັນສາ, ບັນດາສິ່ງທີ່ໂຊກຮ້າຍກໍ່ຈະຖືກອອກໄປຫມົດ, ທຸກຄົນຈະເລີ່ມວັນໃໝ່ທີ່ເຕັມໄປດ້ວຍຄວາມໂຊກດີ ແລະ ຜາສຸກກ່ວາອີກ.
   (ພາບ: TTXVN )  

ຕອນເຊົ້າວັນທີ 10 ຕຸລາ, ປຊຊ ລາວ ໄດ້ໄປວັດວາອາຮາມຕ່າງໆ ເພື່ອເຂົ້າຮ່ວມວັນບຸນອອກພັນສາ ຊື່ງເປັນການສິ້ນສຸດທາງການ 3 ເດືອນພັນສາ ນັບແຕ່ວັນເພັງເດືອນ 8 ຫາວັນເພັງເດືອນ 11 ພສ.

ປຊຊ ລາວ ຖືວ່າ, ພາຍຫຼັງວັນບຸນອອກພັນສາ, ບັນດາສິ່ງທີ່ໂຊກຮ້າຍກໍ່ຈະຖືກອອກໄປຫມົດ, ທຸກຄົນຈະເລີ່ມວັນໃໝ່ທີ່ເຕັມໄປດ້ວຍຄວາມໂຊກດີ ແລະ ຜາສຸກກ່ວາອີກ. ໃນຊຸມວັນນີ້, ກໍ່ຈະສາມາດຈັດງານດອງ, ງານຂຶ້ນເຮືອນໃໝ່ ແລະ ສ້າງຮາກຖານການດຳເນີນທຸລະກິດໄດ້.

ໃນຊຸມວັນບຸນອອກພັນສາ ຈະຈັດໃຫ້ມີບັນດາພີທີທາງສາສະໜາ ເພື່ອໃຫ້ ປຊຊ ທຸກຄົນ, ໂດຍສະເພາະແມ່ນຄົນໜຸ່ມ ຢາກຝາກຝັງຊີວິດທີ່ດີງາມໃນອະນາຄົດ ແລະ ກໍ່ແມ່ນພິທີສຸດທ້າຍຂອງວັນບຸນອອກພັນສາ.


top