ຂ່າວສານ

ຈັດຕັ້ງວັນບູຊາເຈົ້າຊີວິດຮຸ່ງລະດັບຊາດ ຫວຽດນາມ ທາງອອນລາຍ ປີ 2020

      ເນື່ອງໃນໂອກາດວັນບູຊາເຈົ້າຊີວິດຮຸ່ງ (ວັນທີ 10 ເດືອນ 3 ປີ2020 ໄລ່ຕາມຈັນທະປະຕິທິນ), ໂຄງການວັນບູຊາ ເຈົ້າຊີວິດຮຸ່ງ ຫວຽດນາມ ທົ່ວໂລກ (ຍຸດທະສາດ ສົມທົບ ກັນຈັດຕັ້ງວັນບູຊາເຈົ້າຊີວິດຮຸ່ງ ແລະ ວັນຫວຽດນາມ ທົ່ວໂລກ) ຈັດຕັ້ງ “ວັນບູຊາເຈົ້າຊີວິດຮຸ່ງລະດັບຊາດ ຫວຽດນາມ ທົ່ວໂລກ ທາງອອນລາຍ”.   

  ໂຄງການວັນບູຊາເຈົ້າຊີວິດຮຸ່ງ ຫວຽດນາມ ທົ່ວໂລກ ໄດ້ຈັດຕັ້ງຂຶ້ນ ນັບແຕ່ປີ 2015, ໂດຍນັກວິທະຍາ ສາດ, ປັນຍາຊົນ, ການນຳສະມາຄົມຊາວ ຫວຽດນາມ ອາໄສຢູ່ 7 ປະເທດບາງທ່ານສ້າງຕັ້ງ.
 
      ເຫດການດັ່ງກ່າວ ໄດ້ຈັດຕັ້ງ ແນໃສ່ປະຕິບັດ ພາລະກຳ ມະຫາສາມັກຄີທົ່ວປວງຊົນທັງຊາດ, ສ້າງຄວາມ ສະຫນິດຕິດພັນ ໃນປະຊາຊົນ ແລະ ສ້າງນ້ຳໃຈຮັກແພງ ຂອງຊາວຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ຕໍ່ກັບ ປະເທດຊາດ.
 
      ຫຼັງຈາກຜັນຂະຫຍາຍມາເປັນເວລາ 5 ປີ, ໂຄງການ ວັນບູຊາເຈົ້າຊີວິດຮຸ່ງ ຫວຽດນາມທົ່ວໂລກ ໄດ້ປະສານ ສົມທົບກັບ ບັນດາອົງການຈັດຕັ້ງ, ຂະແໜງການ ຢູ່ພາຍໃນ ແລະ ຕ່າງປະເທດ, ສະມາຄົມ ວົງຄະນາຍາດ ຊາວ ຫວຽດນາມອາໄສ ຢູ່ຕ່າງປະເທດ ຈັດຕັ້ງ ວັນບູຊາ ເຈົ້າຊີວິດຮຸ່ງ ຢູ່ 10 ປະເທດ ຢູ່ໃນໂລກເຊັ່ນ: ສ ແຊັກ, ສ ລັດເຊຍ, ຮຸງກາຣີ, ສະຫະພາບ ເຢຍລະມັນ, ສປປ ລາວ, ໄທ, ຍີ່ປຸ່, ການາດາ, ໂປໂລຍ, ອຸແກຣນ.

      
      ປີ 2020 ໂຄງການສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ ຈາກ ພໍ່ແມ່ປະຊາຊົນ ຫວຽດນາມອາໄສຢູ່ຕ່າງປະເທດ ກ່ຽວກັບ ການຈັດຕັ້ງ ວັນບູຊາເຈົ້າຊີວິດຮຸ່ງ ຫວຽດນາມທົ່ວໂລກ ຄືຊຸມປີຜ່ານມາ. ແຕ່ຍ້ອນ ໂລກລະບາດ Covid-19 ມີການເປັນໄປຢ່າງສັບສົນ, ກຳລັງລະບາດໄປທ່ົວໂລກ, ເພາະສະນັ້ນ ຄະນະໂຄງການ ໄດ້ຕັດສິນ ໂຈະການຈັດຕັ້ງ ໃນສິ່ງແວດລ້ອມຕົວຈິງ ແຕ່ ຈະຈັດຕັ້ງທາງອອນລາຍ ດ້ວຍຊື່ເອີ້ນວ່າ “ວັນບູຊາເຈົ້າຊີວິດຮຸ່ງລະດັບຊາດ ຫວຽດນາມ ທົ່ວໂລກ ທາງອອນລາຍ”. ເນື່ອງໃນໂອກາດ ສັກກະລະບູຊາເຈົ້າຊີວິດ(ວັນທີ 10 ເດືອນ 3 ປີ2020 ໄລ່ຕາມຈັນທະປະຕິທິນ).

      ເນື້ອໃນຂອງ ວັນບູຊາເຈົ້າຊີວິດຮຸ່ງລະດັບຊາດ ຫວຽດນາມ ທົ່ວໂລກ ທາງອອນລາຍ ລວມມີສອງພາກ:
 
ພາກທີໜຶ່ງ ແມ່ນ ການແຂ່ງຂັນຂຽນວ່າດ້ວຍຄວາມຮູ້ສຶກ, ຫຼື ວິດີໂອ ກລິບ, ສະແດງຄວາມຮູ້ສຶກຕໍ່ປະເທດຊາດ, ປູ່ຍ່າຕາຍາຍ, ນ້ຳໃຈເຊີດຊູຊາດຕົນເອງ, ການເຊື່ອມຕໍ່ ຫວຽດນາມ ກັບເພື່ອນມິດສາກົນ, ໂລກລະບາດ, ເພື່ອນມິສາກົນໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວລາປະສົບກັບເຄາະຮ້າຍ... ລະບຽບການແຂ່ງຂັນ ທ່ານຜູ້ອ່ານສາມາດຊອກຮູ້ຜ່ານເວັບໄຊ: https://www.facebook.com/quoctovietnamtoancau/
 
      ພາກທີສອງແມ່ນ ໃຈມຸ່ງສູ່ວັນບູຊາເຈົ້າຊີວິດຮຸ່ງລະດັບຊາດ ຫວຽດນາມ ທົ່ວໂລກ. ຂົນຂວາຍພໍ່ແມ່ປະຊາຊົນ ຫວຽດນາມ ອາໄສ ຢູ່ ພາຍໃນ ແລະ ຕ່າງປະເທດ ປ່ຽນ ຮູບ ອາວາຕາ ຢູ່ເທິງໜ້າ ເຟັດບຸກສ່ວນຕົວ, ແຟນເປັດ ລວມໝູ່ ດ້ວຍໂລໂກ ວັນ ບູຊາເຈົ້າຊີວິດຮຸ່ງລະດັບຊາດ ຫວຽດນາມ ທົ່ວໂລກ ໃນວັນ ບູຊາເຈົ້າຊີວິດຮຸ່ງ ວັນທີ 3 ເມສາ (ວັນທີ 10 ເດືອນ 3 ປີ2020 ໄລ່ຕາມຈັນທະປະຕິທິນ) ເພື່ອການລະນຶກເຖິງ ວັນ ບູຊາເຈົ້າຊີວິດຮຸ່ງ. 
ປະຕິບັດ: VNP


 

top